ຍີ່ປຸ່ນ,ຈີນຊຸກຍູ້ການປັບປຸງການພົວພັນ

(VOVWORLD) -ສອງຝ່າຍເຫັນດີດຳເນີນບັນດາການຢ້ຽມຢາມຂັ້ນສູງ, ທຳອິດ ແມ່ນການຢ້ຽມຢາມຍີ່ປຸ່ນ ຂອງທ່ານ ຫລີເຄີຊຽງ ນາຍົກລັດຖະມົນຕີ ຈີນ ເຂົ້າຮ່ວມກອງປະຊຸມສຸດຍອດສາມຝ່າຍ ຍີ່ປຸ່ນ - ສເກົາຫລີ -ຈີນ 
ຍີ່ປຸ່ນ,ຈີນຊຸກຍູ້ການປັບປຸງການພົວພັນ - ảnh 1

ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Taro Kono ແລະຄູ່ຮ່ວມຕ່ຳແໜ່ງຈີນ ຫວາງອີ

(ພາບ: Kyodo/TTXVN)

ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ແລະ ຄູ່ຕຳແຫນ່ງ ຈີນ ຫວາງອີ ໄດ້ເຫັນດີເປັນເອກະພາບຈະຊຸກຍູ້ບັນດາການຢ້ຽມຢາມເຊິ່ງກັນ ແລະກັນ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ. ວັນທີ 15 ເມສາ, ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫລັງການພົບປະກັບຄູ່ຕຳແຫນ່ງ ຫວາງອີ ຢູ່ ໂຕກຽວ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ໃຫ້ຮູ້ວ່າ: ສອງຝ່າຍເຫັນດີດຳເນີນບັນດາການຢ້ຽມຢາມຂັ້ນສູງ, ທຳອິດ ແມ່ນການຢ້ຽມຢາມຍີ່ປຸ່ນ ຂອງທ່ານ ຫລີເຄີຊຽງ ນາຍົກລັດຖະມົນຕີ ຈີນ ເຂົ້າຮ່ວມກອງປະຊຸມສຸດຍອດສາມຝ່າຍ ຍີ່ປຸ່ນ - ສເກົາຫລີ -ຈີນ  ແລະ ຫລັງຈາກນັ້ນແມ່ນການຢ້ຽມຢາມຈີນ ຂອງທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ການຢ້ຽມຢາມຍີ່ປຸ່ນ ຂອງທ່ານປະທານປະເທດຈີນ ສີຈິ້ນຜິງ. ຕາມວົງການເຈົ້າຫນ້າທີ່ຍີ່ປຸ່ນແລ້ວ, ປະຈຸບັນ ຍັງບໍ່ທັນຮູ້ເວລາລະອຽດສຳລັບການໄປຢ້ຽມຢາມດັ່ງກ່າວເທື່ອ.

ກ່ຽວຂ້ອງເຖິງບັນຫາ ສປປ ເກົາຫລີ ມີຂ່າວຍັງໃຫ້ຮູ້ອີກວ່າ: ທີ່ການເຈລະຈາ, ສອງຝ່າຍ ໄດ້ຮັບຮູ້ຈະສົມທົບກັນຢ່າງແຫນ້ນແຟ້ນໃນການປະຕິບັດບັນດາມະຕິກ່ຽວຂ້ອງເຖິງສະພາຄວາມໝັ້ນຄົງ ສປຊ ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍລວມແມ່ນປອດນິວເຄຼຍຢູ່ແຫລມເກົາຫລີຢ່າງສິ້ນເຊິງ, ຊຶ່ງແມ່ນບັນຫາບໍ່ອາດຕ່າວປິ້ນ ແລະ ສາມາດກວດກາຢັ້ງຢືນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ