ຍີ່ປຸ່ນແລະບັນດາປະເທດອະນຸພາກພື້ນແມ່ນ້ຳຂອງສ້າງຍຸດທະສາດພັດທະນາໃໝ່ຫຼັງປີ2015 ວັນພະຫັດ ທີ 19 ກຸມພາ ຄ.ສ. 2015 | 15:36:10 ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຍີ່ປຸ່ນ Minoru Kiuchi (ພາບ: mofa.go.jp) (vovworld) – ກ່າວຄຳເຫັນທີ່ເວທີປາໄສຮ່ວມມືພາກລັດ - ເອກະຊົນ ຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ ຖືກດຳເນີນໄປຢູ່ ໂຕກຽວ ໃນວັນທີ 19/2, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຍີ່ປຸ່ນ Minoru Kiuchi ໃຫ້ຮູ້ວ່າ: ບັນດາການນຳຍີ່ປຸ່ນ ແລະ ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ (ເຊິ່ງລວມມີ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ) ຈະໂຮມປະຊຸມໃນເດືອນ 7 ຈະມາເຖິງເພື່ອວາງອອກຍຸດທະສາດໃໝ່ເຊື່ອມຕໍ່ “ຍຸດທະສາດໂຕກຽວ 2012 ເພື່ອການຮ່ວມມື ແມ່ຂອງ - ຍີ່ປຸ່ນ”. ຍຸດທະສາດນີ້ເພື່ອແນໃສ່ຊຸກຍູ້ການພັດທະນາຂອງ ຍີ່ປຸ່ນ ແລະ ເຂດແມ່ນ້ຳຂອງໃນສະພາບການ 2 ຝ່າຍກະກຽມກ້າວເຂົ້າສູ່ໄລຍະຮ່ວມມືໃໝ່. ຄາດວ່າ, ຍຸດທະສາດໃໝ່ຈະໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສຸດຍອດ ຍີ່ປຸ່ນ - ແມ່ຂອງ ໃນວັນທີ 4/7 ຈະມາເຖິງຢູ່ ໂຕກຽວ ກ່ອນທີ່ປະຊາຄົມເສດຖະກິດ ອາຊຽນ ໄດ້ເລີ່ມເຄື່ອນໄຫວໃນປີນີ້. ທ່ານ Kiuchi ຢັ້ງຢືນວ່າ: ຍີ່ປຸ່ນ ຈະສືບຕໍ່ເດີນຕາມຈຸດໝາຍກໍ່ສ້າງພື້ນຖານໂຄງລ່າງມີຄຸນນະພາບສູງເພື່ອຮັບໃຊ້ໃຫ້ການເຕີບໂຕແບບຍືນຍົງຂອງເຂດແມ່ນ້ຳຂອງ. ໃນ “ຍຸດທະສາດ ໂຕກຽວ 2012 ເພື່ອການຮ່ວມມື ແມ່ຂອງ - ຍີ່ປຸ່ນ”, ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຊ່ວຍຈຳນວນເງິນ 600 ຕື້ ເຢັນ (ປະມານ 6 ຕື້ USD) ໃຫ້ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ. Tag vovworld vov ຍີ່ປຸ່ນ ແມ່ຂອງ ຂ່າວ/ບົດອື່ນ ຫວຽດນາມ ມອບ - ຮັບກິດຈະກຳຊົນລະປະທານໃຫ້ແກ່ແຂວງ ໄຊສົມບູນຂອງ ລາວ ຫວຽດນາມ ມີຄວາມມານະພະຍາຍາມທີ່ເໝາະສົມເພື່ອສະກັດກັ້ນການເຄື່ອນໄຫວ IUU ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສ້າງກຳລັງແຮງແກ່ການພັດທະນາ, ຫັນປ່ຽນໂຄງປະກອບເສດຖະກິດຂອງແຂວງ ຮ່າຕິງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ WEF ຕະຫຼຽນ ປີ 2024
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສ້າງກຳລັງແຮງແກ່ການພັດທະນາ, ຫັນປ່ຽນໂຄງປະກອບເສດຖະກິດຂອງແຂວງ ຮ່າຕິງ
ທ່ານປະທານປະເທດ ຫວຽດນາມ ໂຕເລີມ ຕ້ອນຮັບ ແລະ ສົນທະນາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງເປັນທາງການ
ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ສ້າງຂີດໝາຍໃໝ່ໃຫ້ແກ່ການພັດທະນາແບບຍືນຍົງລະຫວ່າງການພົວພັນສອງປະເທດ
ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຢູ່ລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ