ຍ້ອງຍໍ 116 ແບບຢ່າງດີເດັ່ນ “ຂົນຂວາຍປະຊາຊົນຢ່າງມີໄຫວພິບ ”
ວຽກງານ ຂົນຂວາຍປະຊາຊົນຂອງອົງຄະນະພັກນະຄອນໂຮ່ຈິມິນໃນໄລຍະທີ່ຜ່ານມາໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ |
(vovworld)- ທີ່ພິທີສະເຫຼີມສະຫຼອງ 85 ປີ ແຫ່ງວັນມູນເຊື້ອວຽກງານຂົນຂວາຍປະຊາຊົນຂອງພັກ ( 15/10/1930-15/10/2015 ), ໂດຍຄະນະຂົນຂວາຍປະຊາຊົນຄະນະພັກນະຄອນໂຮ່ຈິມິນ ຈັດຕັ້ງໃນຕອນເຊົ້າວັນທີ 4/10. ມີ 29 ສ່ວນບຸກຄົນໄດ້ຮັບຫຼຽນກາທີ່ລະນຶກ “ເພື່ອພາລະກິດຂົນຂວາຍປະຊາຊົນ”, 98 ສ່ວນບຸກຄົນ, 18 ໝູ່ຄະນະໄດ້ຮັບການຍ້ອງຍໍເປັນຕົວແບບ “ຂົນຂວາຍປະຊາຊົນຢ່າງມີໄຫວພິບ ” ໄລຍະ 2011-2015. ວຽກງານ ຂົນຂວາຍປະຊາຊົນຂອງອົງ ຄະນະພັກນະຄອນໂຮ່ຈິມິນໃນໄລຍະທີ່ຜ່ານມາໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ. ໃນໄລຍະ 2011-2015 ຢູ່ຫວຽດນາມໄດ້ມີ 84.000 ສ່ວນບຸກຄົນ, 16.000 ກວ່າໝູ່ຄະນະໄດ້ຮັບການເລືອກເຟັ້ນເປັນຮູບແບບ, ຕົວແບບ “ຂົນຂວາຍປະຊາຊົນຢ່າງມີໄຫວພິບ ”.