( vovworld ) - ຕອນບ່າຍວັນທີ 6/6, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງ ເທື່ອທຽນເຫວ໋, ເນື່ອງໃນໂອກາດຄະນະມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ ແລະ ເຂົ້າຢ້ຽມຂໍ່ານັບສຸສານປະທານໂຮ່ຈິມິນ, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ຢືນຢັນວ່າ; ຍາມໃດພັກ ແລະ ລັດຫວຽດນາມ ກໍຈົດຈຳຄຸນງາມຄວາມດີຂອງບັນດານັກຮົບວິລະຊົນ, ແມ່ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍຊາດ ແລະ ທະຫານເສຍອົງຄະ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນພາລະກິດຕໍ່ສູ້ປົດປ່ອຍ ແລະ ສ້າງສາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ປາດຖະໜາວ່າ ບັນດາຜູ້ແທນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດຂອງບ້ານເກີດເມືອງນອນ, ສຶກສາລຸ້ນໜຸ່ມໃຫ້ຕັ້ງໜ້າອອກແຮງງງານ, ຮໍ່າຮຽນ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ເຮັດໃຫ້ປະເທດຊາດນັບມື້ນັບຮັ່ງມີ ແລະ ສວຍງາມ.