(VOVWORLD) -ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ແນວໂຮມປະເທດຊາດຫວຽດນາມ ຜັນຂະຫຍາຍການປະຕິບັດບັນດາໂຄງການຮ່ວມມືກັບບັນດາຄູ່ຮ່ວມມືທີ່ເປັນມູນເຊື້ອ
ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຮັດວຽກກັບອົງຄະນະພັກຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
(ພາບ: nhandan.com.vn)
|
ຕອນບ່າຍວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ເຮັດວຽກກັບອົງຄະນະພັກຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເພື່ອແນໃສ່ກຳແໜ້ນສະພາບການວຽກງານສົມທົບກັນໃນໄລຍະຜ່ານມາ, ກຳນົດທິດວຽກງານການທູດປະຊາຊົນໃນໄລຍະຈະມາເຖິງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ຖືວ່າ.
“ການພົວພັນຕ່າງປະເທດແມ່ນສຸມໃສ່ປະຕິບັດວຽກງານການຕ່າງປະເທດຂອງແນວໂຮມປະເທດຊາດຫວຽດນາມ ໃນສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການໃໝ່. ຍູ້ແຮງການປະຕິບັດງານ ແລະ ການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ດ້ວຍຖານະບົດບາດແມ່ນອົງການສຳພັນທະມິດດ້ານການເມືອງ, ອົງການປະສານງານ, ແມ່ນຂົວເຊື່ອມຕໍ່ລະຫວ່າງພັກ ກັບປະຊາຊົນ, ແມ່ນແກ່ນສານໃນການເຄື່ອນໄຫວການທູດປະຊາຊົນ.”
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ສະເໜີໃຫ້ຄະນະພົວພັນຕ່າງປະເທດສູນກາງພັກ ຈົ່ງສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ແນວໂຮມປະເທດຊາດຫວຽດນາມ ຜັນຂະຫຍາຍການປະຕິບັດບັນດາໂຄງການຮ່ວມມືກັບບັນດາຄູ່ຮ່ວມມືທີ່ເປັນມູນເຊື້ອ, ຮັກສາການພົວພັນຮ່ວມມືທາງລວງເລິກ ແລະ ມີສະຖຽນລະພາບກວ່າ ເພື່ອຜັນຂະຫຍາຍການເຄື່ອນໄຫວວຽກງານການທູດປະຊາຊົນ, ເພີ່ມທະວີການແລກປ່ຽນກັບສາກົນ, ກໍ່ສ້າງ, ປົກປັກຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພ້ອມກັນພັດທະນາ.