ຍູ້ແຮງວຽກງານພົວພັນຕ່າງປະເທດປະຊາຊົນໃນໄລຍະໃໝ່

ຍູ້ແຮງວຽກງານພົວພັນຕ່າງປະເທດປະຊາຊົນໃນໄລຍະໃໝ່ - ảnh 1
ການສະເຫຼີມສະຫຼອງປີມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສົມທົບກັບຂະແໜງການຕ່າງໆຈັດຕັ້ງ
(ພາບ: VGP)


(vovworld) – ຍູ້ແຮງວຽກງານພົວພັນຕ່າງປະເທດປະຊາຊົນໃນໄລຍະໃໝ່ - ນັ້ນແມ່ນຄຳຢັ້ງຢືນຂອງທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການ ມິດຕະພາບ ຫວຽດນາມ ເມື່ອຕອບສຳພາດຕໍ່ນັກຂ່າວກ່ອນທີ່ຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຄັ້ງທີ 5 ອາຍຸການ 2013 – 2018 ​ເຊິ່ງຈະຈັດຂຶ້ນໃນວັນທີ 30/12 ຢູ່ ຮ່າໂນ້ຍ. ທ່ານ ຫວູຊວນຮົ່ງ ໃຫ້ຮູ້ວ່າ: ໃນໄລຍະປະເທດຊາດເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ການເຄື່ອນໄຫວ ແລະ ການພົວພັນຕ່າງປະເທດປະຊາຊົນ ນັບມື້ນັບໄດ້ຮັບການເປີດກ້ວາງຢູ່ທຸກຂັ້ນ, ທຸກຂົງເຂດດ້ວຍຫຼາຍຮູບຫຼາຍແບບ. ດັ່ງນັ້ນ, ວຽກງານພົວພັນຕ່າງປະເທດປະຊາຊົນຍິ່ງມີທີ່ຕັ້ງບົດບາດສຳຄັນໃນການເຂົ້າຮ່ວມປະຕິບັດແນວທາງ, ນະໂຍບາຍພົວພັນຕ່າງປະເທດລວມ, ປະກອບສ່ວນສຳຄັນເຂົ້າ ໃນການສ້າງສະພາບແວດລ້ອມສາກົນສະດວກສະບາຍໃຫ້ແກ່ການພັດທະນາຂອງປະເທດຊາດ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ປັບປຸງພາບພົດ, ທີ່ຕັ້ງບົດບາດສາກົນຂອງ ຫວຽດນາມ, ປະກອບສ່ວນເຂົ້າໃນພາ ລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

    ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 5 ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈະສຸມໃສ່ປຶກສາຫາລືບັນດາທິດທາງໃໝ່ ໃຫ້ 5 ປີຈະມາເຖິງ ດ້ວຍວິໄສທັດຍາວນານກ່ວາ.

ຂ່າວ/ບົດ​ອື່ນ