ການພົບປະສົນທະນາກັບຊາວໜຸ່ມ |
(vovworl)- ຕອນເຊົ້າວັນທີ 29/3, ຜູ້ຕາງໜ້າການນຳນະຄອນດານັ້ງໄດ້ດຳເນີນການພົບປະສົນທະນາກັບຊາວໜຸ່ມເພື່ອຮັບຟັງຄວາມໃນໃຈ, ແລກປ່ຽນຄຳເຫັນ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາເພື່ອນໜຸ່ມໃນວິວັດການສ້າງອາຊີບ. ທ່ານ ໂຮ່ກີມິນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັ້ງ ໃຫ້ຮູ້ວ່າ :
“ ຕົ້ນເດືອນ 3 , ການນຳນະຄອນໄດ້ປະກາດໃຊ້ຂໍ້ຕົກລົງກ່ຽວກັບສະພາບແວດລ້ອມແຫ່ງການສ້າງອາຊີບ, ໃນນັ້ນ ຈະສະຫງວນແຫຼ່ງງົບປະມານເພື່ອສ້າງຕັ້ງກອງທຶນໜູນຊ່ວຍສ້າງອາຊີບ. ພ້ອມກັນນັ້ນ, ທາງນະຄອນກໍພວມເຊື່ອມຕໍ່ກັບບັນດາອົງການສາກົນ, ບັນດານັກອຸປະຖຳເພື່ອສ້າງຕັ້ງບັນດາກອງທຶນພະຈົນໄພເພື່ອຫນູນຊ່ວຍ, ອຸປະຖຳແຫຼ່ງທຶນໃຫ້ແກ່ບັນດາໂຄງການສ້າງອາຊີບໃນບໍລິເວນນະຄອນ ”