ຕ້ອນຮັບບຸນເຕັດໃນທ່າມກາງຄວາມມ່ວນຊື່ນ
(ປະຊາຄົມຊາວຫວຽດນາມອາໄສຢູ່ຮົ່ງກົງແລະມາກາວ(ຈີນ)ຕ້ອນຮັບບຸນເຕັດ)
(vovworld) – ວັນທີ 31/01, ຢູ່ເຂດເສດຖະກິດພິເສດຮົ່ງກົງ (ຈີນ) ສະຖານກົງສູນໃຫຍ່ຫວຽດນາມ ປະຈຳຮົ່ງກົງ ແລະ ມາເກົາ (ຈີນ) ໄດ້ຈັດລາຍການຕ້ອນຮັບບຸນເຕັດປິວອກ 2016. ທ່ານຮ່ວາງຈິ໋ຈຸງ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳຮົ່ງກົງ ແລະ ມາເກົາ, ພ້ອມກັບພະນັກງານ, ພາລະກອນສະຖານກົງສູນໃຫຍ່ຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ປະຈຳ ຮົ່ງກົງ ແລະ ມາເກົາ ເຂົ້າຮ່ວມລາຍການ.
ກ່າວຄຳເຫັນທີ່ພິທີໄຂບຸນເຕັດ, ທ່ານ ຮ່ວາງຈິ໋ຈຸງ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳຮົ່ງກົງ ແລະ ມາເກົາ ເນັ້ນໜັກວ່າ.
“ລະດູບານໃໝ່ວຽນມາໃນສະພາວະທີກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດຢ່າງດີງາມ, ພັກກອມມູນິດຫວຽດນາມ ໄດ້ມີບັນດາທິດທາງໃໝ່, ພິເສດແມ່ນແຜນການ 5 ປີ ແຫ່ງການພັດທະນາປະເທດຊາດ, ນຳປະເທດໃຫ້ກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝໃນປີ 2020 ໂດຍໄວ, ນຳຫວຽດນາມ ໃຫ້ນັບມື້ນັບກາຍເປັນປະເທດຮັ່ງມີ ແລະ ເຂັ້ມແຂງ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສືບຕໍ່ມີບັນດາບາດກ້າວພັດທະນາທີ່ປະທັບໃຈ, ໝັ້ນຄົງເຂັ້ມແຂງໃນອະນາຄົດ”.
ທ່ານ ຮ່ວາງຈິ໋ຈຸງ ຢືນຢັນວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ຮົ່ງກົງ ແລະ ມາກາວ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງ ໃນການພັດທະນາການພົວພັນຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳລະຫວ່າງຫວຽດນາມ ກັບຮົ່ງກົງ ແລະ ມາກາວ.