ໂລກໄຂ້ເລືອດອອກ ແລະ ບັນດາການທ້າທາຍ
(ພາບ: omron-yte.com.vn)
( vovworld ) – ຕອນເຊົ້າຂອງວັນທີ່ 6 ມີຖຸນາ, ຢູ່ທີ່ ເທສະບານ ກາຍເລິຍ , ເມືອງ ກາຍເລີຍ, ແຂວງ ຕຽນຢ່າງ ໄດ້ຈັດຕ້ັງ ພິທີປຸກລະດົມການຕອບສະໜອງ “ວັນອາຊຽນຕ້ານໄຂ້ເລືອດອອກຄັ້ງທີ່ 2” ໂດຍມີການເຂົ້່າຮ່ວມຂອງປະຊາຊົນ ເປັນຈຳນວນຫຼວງຫຼາຍ. ຕໍ່ໜ້າໄພແຜ່ລະບາດຂອງໄຂ້ເລືອດອອກໃນໄລຍະທີ່ຜ່ານມາມີການຜັນແປຢ່າງສັບສົນ ໃນບໍລິເວນທ່ົວໂລກ ໃນນັ້ນມີ ຫວຽດນາມ, ນັບແຕ່ ປີ 2011, ບັນດາປະເທດ ອາຊຽນ ໄດ້ເປັນເອກະພາບ ເລືອກເອົາວັນທີ 15 ເດືອນ ມິຖຸນາ ເປັນ “ວັນອາຊຽນຕ້ານໄຂ້ເລືອດອອກຄັ້ງທີ່ 2” ຂອງບັນດາປະເທດອາຊຽນ. ທີ່ພິທີ ປຸກລະດົມ, ທ່ານນາງ ເຈິນ ກິມ ມ່າຍ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຕຽນຢ່າງ, ໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນທຸກຊັ້ນວັນນະ ຕັ້ງໜ້າຕອບສະໜອງ ຂະບວນການ “ວັນອາຊຽນຕ້ານໄຂ້ເລືອດອອກຄັ້ງທີ່ 2” ດ້ວຍບັນດາວຽກງານທີ່ແທດຈິງ.