ຖະແຫຼງການຮ່ວມຫວຽດນາມ - ບຸນກາຣີ
ນາຍົກລັດຖະມົນຕີ ຫວຽດນາມ - ບຸນກາຣີ
(ພາບ: Đức Tám)
|
(vovworld) - ຫວຽດນາມ ແລະ ບຸນກາຣີ ໄດ້ອອກ ຖະແຫຼງການຮ່ວມຫວຽດນາມ - ບຸນກາຣີ ກ່ຽວກັບການຢ້ຽມຢາມບຸນກາຣີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ໋ນຢຸງ ແຕ່ວັນທີ 4-6/6. ແຈ້ງການໃຫ້ຮູ້ວ່າ, ບັນດາການນຳບຸນກາຣີຢັ້ງຢືນຫວຽນາມແມ່ນຄູ່ຮ່ວມມືສຳຄັນຂອງບຸນກາຣີ ຢູ່ອາຊີຕາເວັນອອກສ່ຽງໃຕ້ - ປາຊີຝິກ. ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຢັ້ງຢືນວ່າຍາມໃດຫວຽດນາມກໍ່ຖືເປັນສຳຄັນການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີບຸນກາຣີ.
ນາຍົກລັດຖະມົນຕີທັງສອງປະເທດຫວຽດນາມ - ບຸນກາຣີ, ຢືນຢັນພ້ອມແລ້ວທີ່ຈະສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ບັນດາອົງການ ແລະ ວິສາຫະກິດສອງປະເທດສືບຕໍ່ຮ່ວມມື,ດຳເນີນທຸລະກິດໃນຂົງເຂດຕ່າງໆເຊິ່ງທັງສອງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ.
ທັງສອງຝ່າຍເນັ້ນໜັກຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມຢູ່ບຸນກາຣີ ກໍ່ຄືຊາວບຸນກາຣີ ທີ່ດຳລົງຊີວິດຢູ່ຫວຽດນາມ ພັດທະນາບົດບາດເປັນຂົວຕໍ່ລະຫວ່າງສອງປະເທດ. ສອງຝ່າຍໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກວ່າອີກຢູ່ສະຫະປະຊາຊາດ, ໃນນັ້ນມີການສະໜັບສະໜູນຜູ້ອອກສະໝັກເລືອກຕັ້ງຂອງກັນເຂົ້າບັນດາອົງການສະຫະປະຊາຊາດ, ຢູ່ເວທີປາໄສຮ່ວມມືອາຊີ - ເອລົບ (ASEM), ໃນບັນດາກົນໄກຮ່ວມມືອາຊຽນ - ອີຢູ ກໍ່ຄືຢູ່ບັນດາອົງການ ແລະ ເວທີປາໄສສາກົນອື່ນໆ.
ບຸນກາຣີຢືນຢັນຄືນໃໝ່ວ່າ, ໃນຖານະເປັນສະມາຊິກອີຢູ, ແລະ ໃນຂອບເຂດເອີລົບ, ບຸນກາຣີ ຈະສືບຕໍ່ສະໜັບສະໜູນຫວຽດນາມ ແລະ ອີຢູ ເພີ່ມທະວີການພົວພັນ, ສຳເລັດການອະນຸມັດຜ່ານສັນຍາແມ່ກ່ຽວກັບການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານຫວຽດນາມ - ອີຢູ (PAC). ຫວຽດນາມພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອຊຸກຍູ້ເພີ່ມທະວີການຮ່ວມມືລະຫວ່າງບຸນກາຣີ - ອາຊຽນ ກໍ່ຄືໃນພາກພື້ນອາຊີ - ປາຊີຝິກ. ນາຍົກລັດຖະມົນຕີທັງສອງທ່ານເນັ້ນໜັກເຖິງບົດບາດໃຈກາງຂອງສປຊ ແລະ ຢືນຢັນຫຼັກໝັ້ນທີ່ວ່າ, ທຸກການຂັດແຍ້ງໃນພາກພື້ນ ແລະ ສາກົນລ້ວນແຕ່ໄດ້ຮັບການແກ້ໄຂດ້ວຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ຫຼີກເວັ້ນການກະທຳພຽງລຳພັງຝ່າຍດຽວ ທີ່ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ, ຂົ່ມຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ.