ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

(VOVWORLD) - ວັນທີ 27 ກັນຍາ, ຫວຽດນາມ ແລະ ກຸຍບາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນໄລຍະໃໝ່.

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທີໜຶ່ງ, ປະທານປະເທດ ກຸຍບາ Miguel Díaz-Canel Bermúdez  (ພາບ:TTXVN)

ຖະແຫຼງການຮ່ວມໃຫ້ຮູ້ວ່າ ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານເລຂາທີໜຶ່ງ, ປະທານປະເທດ ກຸຍບາ Miguel Díaz-Canel Bermúdez , ມີການພົບປະກັບທ່ານປະທານສະພາອຳນາດການປົກຄອງປະຊາຊົນ, ປະທານສະພາແຫ່ງລັດ Esteban Lazo Hernandez ແລະ ທ່ານນາຍົກລັດຖະມົນຕີ Manuel Marrero Cruz. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານພົນເອກ ຜູ້ນຳການປະຕິວັດ ກຸຍບາ Raul Castrorus.  

ທີ່ບັນດາການພົບປະເຈລະຈາ, ບັນດາການນຳຫວຽດນາມ ແລະ ກຸຍບາໄດ້ຕີລາຄາສູງໝາກຜົນຂອງການຢ້ຽມຢາມທາງລັດຖະກິດຢູ່ ກຸຍບາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ. ນີ້ແມ່ນການຢ້ຽມຢາມກຸຍບາ ຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ການຢ້ຽມຢາມແມ່ນຂີດໝາຍສຳຄັນໃນການພົວພັນສອງປະເທດ, ນຳການພົວພັນຫວຽດນາມ - ກຸຍບາກ້າວເຂົ້າສູ່ໄລຍະໃໝ່, ພັດທະນາຢ່າງແທດຈິງ, ຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັງຄົມນິຍົມ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ ຢູ່ທຸກພາກພື້ນ ແລະ ໂລກ. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຜູ້ແທນຂັ້ນສູງ, ເນັ້ນໜັກເຖິງການພົວພັນລະຫວ່າງສອງພັກ ສວມບົດບາດພື້ນຖານການເມືອງ, ກຳນົດທິດຍຸດທະສາດໃຫ້ແກ່ການພັດທະນາຂອງການພົວພັນສອງຝ່າຍ.

ສອງຝ່າຍໄດ້ຖະແຫຼງວ່າ ປີ 2025 ແມ່ນ ປີມິດຕະພາບ ຫວຽດນາມ - ກຸຍບາ, ເຫັນດີເປັນເອກະພາບຈັດຕັ້ງບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (2/12/1960-2/12/2025), ເພີ່ມທະວີວຽກງານສື່ມວນຊົນ, ໂຄສະນາກ່ຽວກັບຄວາມໝາຍ, ລະດັບຄວາມສຳຄັນຂອງການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ກຸຍບາ.

ຕອບກັບ

ຂ່າວ/ບົດ​ອື່ນ