ທິມຫວຽດນາມນຳໜ້າໃນການແຂ່ງຂັນຮອບຮອງຊະນະເລີດງານແຂ່ງຂັນການທະຫານສາກົນ 2019

(VOVWORLD) -ວັນທີ 11 ສິງຫາ ໄດ້ດຳເນີນການແຂ່ງຂັນຮອບຮອງຊະນະເລີດສາຍ 2 ໃນປະເພດການແຂ່ງຂັນລົດຖັງຍິງເປົ້າໝາຍ ລວມມີບັນດາທິມຫວຽດນາມ, ມຽນມາ, ອູກັນດາ ແລະ ຕາກີກິດສະຖານ.

ທິມຫວຽດນາມນຳໜ້າໃນການແຂ່ງຂັນຮອບຮອງຊະນະເລີດງານແຂ່ງຂັນການທະຫານສາກົນ 2019 - ảnh 1ທິມຫວຽດນາມນຳໜ້າໃນການແຂ່ງຂັນຮອບຮອງຊະນະເລີດງານແຂ່ງຂັນການທະຫານສາກົນ 2019

(ພາບ: TTXVN)

ໃນຂອບເຂດງານແຂ່ງຂັນການທະຫານສາກົນ 2019 (Army Games), ຢູ່ສະໜາມຝຶກແອບ Alabino, ຢູ່ຊານນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ, ວັນທີ 11 ສິງຫາ ໄດ້ດຳເນີນການແຂ່ງຂັນຮອບຮອງຊະນະເລີດສາຍ 2 ໃນປະເພດການແຂ່ງຂັນລົດຖັງຍິງເປົ້າໝາຍ ລວມມີບັນດາທິມຫວຽດນາມ, ມຽນມາ, ອູກັນດາ ແລະ ຕາກີກິດສະຖານ. ດ້ວຍຜົນງານການແຂ່ງຂັນ 2 ຊົ່ວໂມງ 44 ນາທີ 28 ວິນາທີ, ທິມລົດຖັງຫວຽດນາມ ຍາດໄດ້ລາງວັນທີໜຶ່ງ. ດ້ວຍຜົນງານດັ່ງກ່າວ, ເກືອບຄືວ່າ ທິມລົດຖັງຫວຽດນາມ ຈະລອດເຂົ້າຮອບຊິງຊະນະເລີດ.

        ເຂົ້າຮ່ວມ Army Games 2019, ຄະນະກອງທັບປະຊາຊົນຫວຽດນາມ ໄດ້ຈັດສົ່ງ 8 ທິມ, ເຂົ້າຮ່ວມການແຂ່ງຂັນ 8 ປະເພດທີ່ແຕກຕ່າງກັນ. ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ຈັດສົ່ງກອງກຳລັງໃຫຍ່ເຂົ້າຮ່ວມງານແຂ່ງຂັນ ການທະຫານຢູ່່ຕ່າງປະເທດ ແລະ ກໍ່ເປັນຄັ້ງທີ 2 ທີ່ເຂົ້າຮ່ວມ Army Games.

ຕອບກັບ

ຂ່າວ/ບົດ​ອື່ນ