ທ່ານນາງຮອງປະທານປະເທດ Nguyen Thi Doan ຢ້ຽມຢາມ ລາວ

ທ່ານນາງຮອງປະທານປະເທດ Nguyen Thi Doan ຢ້ຽມຢາມ ລາວ - ảnh 1
ທ່ານນາງຮອງປະທານປະເທດ Nguyen Thi Doan ແລະ ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​​​ວັນ​ທີ 18/6, ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ Nguyen Thi Doan ​ໄດ້​​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ. ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ເມື່ອ​ຕອນ​ບ່າຍ​ວັນ​ທີ 18/6, 2 ຝ່າຍ​ໄດ້​ດຳ​ເນີນ​ການ​ເຈລະຈາ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ອຸດົມສົມ​ບຸນ, ມີ​ຄວາມ​ໝາຍ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ ຢ່າງ​ແທ​ດຈິງ. ລາວ ຢືນຢັນ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ມາ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ລາວ, ພິ​ເສດ​ແມ່ນ​ບັນດາ​ໂຄງການ​ລົງທຶນ ​ແລະ ຊ່ວຍ​ເຫຼືອ​ລ້າ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ມີ​ໂຄງການ​ກໍ່ສ້າງເຂດ​ອະນຸສອນສະ​ຖານ​ປະທານ ​ໂຮ່ຈີ​ມິນ ຢູ່​ແຂວງ ຄຳ​ມ່ວນ ​ແລະ ​ໂຄງການ​ຍົກ​ລະດັບ​ສະ​ຖາ​ບັນ​ການ​ເມືອງ, ການ​ປົກຄອງ​ແຫ່ງ​ຊາດ​ລາວ ​ໄລຍະ 2. 2 ຝ່າຍ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ລະຫວ່າ​ງ 2 ປະ​ເທດ ຂຶ້ນ​ເຖິງ 2 ຕື້ USD ​ໃນ​ປີ 2015, ສົມທົບ​ກັນ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການສື​ກສາ, ສາທາລະນະ​ສຸກ, ກະສິກຳ, ທ່ອງ​ທ່ຽວ.​.​.​ ຫວຽດນາມ​ ຢືນຢັນ​ສະໜັບສະໜູນ ລາວ ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ (ຫຼື WTO), ສືບ​ຕໍ່​ໜູນ​ຊ່ວຍ​ ລາວ ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ ອາຊີ - ​ເອີ​ລົບ ຄັ້ງທີ 9 ສຳ​ເລັດ​ຜົນ ​ແລະ ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ລັດຖະສະພາ ອາຊີ - ​ເອີ​ລົບ ຄັ້ງ​ທີ 7 ​ໃນ​ທ້າຍ​ປີ 2012. ລາວ​ຢືນຢັນ​ຈະ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ນຳ​ໃຊ້​ແຫຼ່ງນ້ຳ​ຈາກແມ່​ນ້ຳຂອງ​ແບບ​ຍືນ​ຍົງ, ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ສະທ້ອນ​ຕໍ່​ສິ່ງ​ແວດ​ລ້​ອມ.

 

ຂ່າວ/ບົດ​ອື່ນ