ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ
ຮອງປະທານຜູ້ປະຈຳການສະພາແຫ່ງຊາດ
(ພາບ: TTXVN)
(vovworld) – ຕອນເຊົ້າວັນທີ 17/1, ຄະນະປະຕິບັດງານ ຂອງ ສະພາແຫ່ງຊາດ ແລະ ສະພາກາແດງ ຫວຽດນາມ ໂດຍ ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເປັນຫົວໜ້າຄະນະ, ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ຕາແສງ ດົງເຢືອງ, ເມືອງ ອຽນເທ໋, ແຂວງ ບັກຢາງ. ທ່ານນາງ ຕ່ອງທິຟ໋ອງ ຮອງປະທານສະພາແຫ່ງຊາດ ໄດ້ມອບຂອງຂວັນ 100 ພູດ, ເຊິ່ງແຕ່ລະພູດ ມີມູນຄ່າ 1,1 ລ້ານດົ່ງ ຂອງສະພາກາແດງຫວຽດນາມ ໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດໃນແຂວງ. ທ່ານນາງ ຕ່ອງທິຟ໋ອງ ຮອງປະທານສະພາແຫ່ງຊາດ ຫວັງວ່າ ອຳນາດການປົກຄອງທຸກຂັ້ນ ໃນແຂວງ ບັກຢາງ ຈະສຸມໃສ່ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ປະຊາຊົນໃນໂອກາດບຸນປີໃໝ່ປະຈຳຊາດໃນໄລຍະຈະມາເຖິງ, ບໍ່ປະໃຫ້ຄອບຄົວໃດບໍ່ໄດ້ຕ້ອນຮັບບຸນປີໃໝ່; ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ, ຍົກສູງລາຍຮັບໃຫ້ປະຊາຊົນ.