ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີລາວທອງລຸນສີສຸລິດ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະ
ກັບນາຍົກລັດຖະມົນຕີລາວທອງລຸນສີສຸລິດ
(vovworld) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງເຂດ 3 ຫລຽນພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 9, ຕອນຄ່ຳວັນທີ 23/11 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຢູ່ Siem Reap ລາຊະອານາຈັກ ກຳປູເຈຍ. 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະຂັ້ນສູງ; ສຸມໃສ່ສຳເລັດຂໍ້ຕົກລົງກ່ຽວກັບແຜນການຮ່ວມມືລະຫວ່າງລັດຖະບານປີ 2016, ສ້າງປະຖົມປັດໃຈທີ່ສະດວກໃຫ້ການຜັນຂະຫຍາຍສັນຍາຮ່ວມມື 2 ຝ່າຍ ຫວຽດນາມ - ລາວ ໄລຍະ 2016 – 2020 ຢ່າງມີໄຊ; ກະກຽມໃຫ້ກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ເປັນຢ່າງດີ ເພື່ອແນໃສ່ຊຸກຍູ້ການຮ່ວມມືຮອບດ້ານ ແລະ ຜັນຂະຫຍາຍບັນດາໂຄງການລະອຽດ ນຳເອົາຜົນປະໂຫຍດມາໃຫ້ 2 ປະເທດ.
ຕອນຄ່ຳວັນທີ 23/11 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບຜູ້ຕາງໜ້າສະມາຄົມຊາວ ຫວຽດນາມ ອາໄສຢູ່ Siem Reap. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແບ່ງເບົາຄວາມຫຍຸ້ງຍາກຂອງຊາວ ຫວຽດນາມ ພວມດຳລົງຊີວິດຢູ່ Siem Reap ພ້ອມທັງ ສະເໜີສະຖານທູດ ແລະ ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ກຳປູເຈຍ ຕັ້ງໜ້າປົກປັກຮັກສາສິດປະໂຫຍດໃຫ້ຊາວ ຫວຽດນາມ ອາໄສຢູ່ Siem Reap ຢ່າງທັນການ, ກໍ່ຄືໜູນຊ່ວຍພໍ່ແມ່ປະຊາຊົນຊາວ ຫວຽດນາມ ຮຽນພາສາ ຫວຽດນາມ ແລະ ພາສາ ຄະເມ.