ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເຂົ້າຮ່ວມພິທີມອບ-ຮັບຜົນງານການເກັບສະສົມ, ຄົ້ນຄວ້າມໍລະດົກວັດທະນະທໍາບໍ່ເປັນວັດຖຸ

(VOVWORLD) -     ຕອນເຊົ້າວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໄດ້ເຂົ້າຮ່ວມພິທີມອບ-ຮັບຜົນງານການເກັບສະສົມ, ຄົ້ນຄວ້າມໍລະດົກວັດທະນະທໍາບໍ່ເປັນວັດຖຸ ໂດຍນັກຄົ້ນຄວ້າວັດທະນະທໍາພື້ນເມືອງ ຫງວຽນຫ໋າຍລຽນ ມອບໃຫ້ສະຖາບັນວັດທະນະທໍາສິລະປະແຫ່ງຊາດຫວຽດນາມ.
ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເຂົ້າຮ່ວມພິທີມອບ-ຮັບຜົນງານການເກັບສະສົມ, ຄົ້ນຄວ້າມໍລະດົກວັດທະນະທໍາບໍ່ເປັນວັດຖຸ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມສຸດຈິດສຸດໃຈ, ການປະກອບສ່ວນອັນໃຫຍ່ຫຼວງຂອງນັກຄົ້ນຄວ້າ ຫງວຽນຫ໋າຍລຽນ  (ພາບ: TTXVN)

        ປີ 1975, ທ່ານ ຫງວຽນຫ໋າຍລຽນ ໄດ້ມີໂອກາດໄປປະຕິບັດງານຢູ່ພາກໃຕ້ ແລະ ໄດ້ຊອກຮູ້, ຄົ້ນຄວ້າກ່ຽວກັບປູຊະນີຍະສະຖານ ແລະ ພື້ນຖານວັດທະນະທໍາຂອງຊາວເຜົ່າ ຈໍາ ແລະ Raglai. ດ້ວຍບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຕົນ, ທ່ານບັນລຸໄດ້ຜົນງານຫຼາຍຢ່າງໃນການຄ້ົນຄວ້າ ແລະ ເກັບສະສົມມໍລະດົກວັດທະນະທໍາບໍ່ເປັນວັດຖຸ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມສຸດຈິດສຸດໃຈ, ການປະກອບສ່ວນອັນໃຫຍ່ຫຼວງຂອງນັກຄົ້ນຄວ້າ ຫງວຽນຫ໋າຍລຽນ ທີ່ມີຕໍ່ພາລະກິດເສີມສ້າງສາງວັດທະນະທໍາບັນດາເຜົ່າຫວຽດນາມໃຫ້ອຸດົມສົມບຸນຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໃຫ້ຄໍາໝັ້ນສັນຍາວ່າ ກິດຈະກໍາດັ່ງກ່າວ ຈະສືບຕໍ່ໄດ້ຮັບການລົງທຶນອະນຸລັກຮັກສາ, ພັດທະນາ, ເຜີຍແຜ່ຢ່າງກວ້າງຂວາງ ແລະ ຈະນໍາມາສະແດງໃນໝູ່ປະຊາຊົນໃຫ້ສົມມາພາຄວນ.


ຕອບກັບ

ຂ່າວ/ບົດ​ອື່ນ