ທ່ານນາຍົກລັດຖະມົນຕີຫງວຽນເຕິ່ນຢຸງເຂົ້າຮ່ວມພິທີຊາປະນະກິດສົບທ່ານອະດີດນາຍົກລັກຖະມົນຕີ ຫຼີກວນຢູ

ທ່ານນາຍົກລັດຖະມົນຕີຫງວຽນເຕິ່ນຢຸງເຂົ້າຮ່ວມພິທີຊາປະນະກິດສົບທ່ານອະດີດນາຍົກລັກຖະມົນຕີ ຫຼີກວນຢູ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕິ່ນຢຸງເຂົ້າຮ່ວມ
ພິທີຊາປະນະກິດສົບທ່ານອະດີດນາຍົກລັກຖະມົນຕີ ຫຼີກວນຢູ
(ພາບ: baotintuc.vn)

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ລັດຖະບານ​ສິງ​ກະ​ໂປ, ວັນ​ທີ 29/3, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ່ນ​ຢຸງ​ ໄດ້​ໄປ​ຮອດ​ສິງ​ກະ​ໂປ, ​ເຂົ້າ​ຮ່ວມພິທີ​​ເຄົາລົບ, ​ໄວ້ອາ​ໄລ ​ແລະ ພິທີຊາປະນະກິດສົບ ​ທ່ານ​ອະດີດນາຍົກ​ລັກຖະມົນຕີ ຫຼີກ​ວນຢູ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ່ນ​ຢຸງ ​ໄດ້​ແບ່ງ​ເບົາຄວາມ​ໂສກ​ເສົ້າ​ຕໍ່​ລັດຖະບານ, ປະຊາຊົນ ​ແລະ ຄອບຄົວ​ທ່ານ ອະດີດນາຍົກ​ລັກຖະມົນຕີ ຫຼີກ​ວນຢູ. ພາຍຫຼັງ​ພິທີ​ຊາ​ປະ​ນະ​ກິດ​ສົບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ່ນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີ ສິງ​ກະ​ໂປ Tony Tan. ຕອນ​ຄຳ່​ວັນ​ດຽວ​ກັນ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ່ນ​ຢຸງ ​ໄດ້​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ. ບັນດາ​ການ​ນຳ​ຂັ້ນ​ສູງ​ຫວຽດນາມ ​ກໍ່ໄດ້​ມີ​ການ​ເຄື່ອນ​ໄຫວ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່ການ​ນຳ ​ແລະ ປະຊາຊົນ​ສິງ​ກະ​ໂປ ກໍ່​ຄື​ຄອບຄົວ​ທ່ານ ຫຼີກ​ວນຢູ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ເຈືອງ​ເຕິ໋ນຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ່ນ​ຢຸງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຝາກ​ໂທລະ​ເລກ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ການ​ນຳ​ສິງ​ກະ​ໂປ. ບັນດາ​ອະດີດ​ການ​ນຳ​ຫວຽດນາມ: ທ່ານ​ອະດີດ​ເລຂາທິການ​ໃຫຍ່ ​ໂດ​ເມື່ອຍ, ທ່ານອະດີດ​ປະທານ​ປະ​ເທດ ​ເລ​ດຶກ​ແອ​ງ ກໍ່​ສົ່ງ​​ໂທລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ຄອບຄົວ​ທ່ານ ຫຼີກ​ວນຢູ.

ຂ່າວ/ບົດ​ອື່ນ