ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 02 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ສົມທົບກັບບັນດາກະຊວງ, ຂະແໜງການຂອງສອງຝ່າຍຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ເພີ່ມທະວີການພົວພັນດ້ານການເມືອງໂດຍຜ່ານການແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຮັກສາປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ; ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການຮ່ວມມືຢ່າງຈິງໃຈລະຫວ່າງສອງປະເທດ; ຊຸກຍູ້ການຮ່ວມມືດ້ານການສຶກສາບຳລຸງສ້າງ, ເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນບັນລຸໄດ້ວົງເງິນການຄ້າສອງສົ້ນແມ່ນ 20 ຕື້ USD.

ສ່ວນ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ຕີລາຄາສູງຄວາມຕັດສິນໃຈຂອງລັດຖະບານ ຫວຽດນາມ ໃນການປະຕິບັດບັນດາບຸກທະລຸກ່ຽວກັບລະບອບລະບຽບການ, ກົດໝາຍ; ພ້ອມທັງຢັ້ງຢືນວ່າ ອົດສະຕາລີ ເວົ້າລວມ ແລະ ໃນນາມສ່ວນຕົວເວົ້າສະເພາະ ຍາມໃດກໍສະໜັບສະໜູນຢ່າງແຮງ ກໍຄືມີຄວາມປາດຖະໜາຢາກຮ່ວມເດີນທາງພ້ອມກັບຂະບວນວິວັດປະຕິຮູບຂອງ ຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ Ali Ijaz Ahmad, ປະທານທັງເປັນຜູ້ອຳນວຍການໃຫຍ່ ແລະ ບັນດາການນຳກຸ່ມບໍລິສັດ Makara Capital Partners  (ພາບ:VOV)

ໃນຕອນຄ່ຳຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານ Ali Ijaz Ahmad, ປະທານທັງເປັນຜູ້ອຳນວຍການໃຫຍ່ ແລະ ບັນດາການນຳກຸ່ມບໍລິສັດ Makara Capital Partners ຂອງ ສິງກະໂປ ເຊິ່ງພວມສຶກສາຊອກຮູ້ ເພື່ອດຳເນີນການສົ່ງເສີມການລົງທຶນຢູ່ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ