ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມມະຫາວິທະຍາໄລ Uppsala, ໃຫ້ກຳລັງໃຈ ຊົມເຊີຍຄວາມຄາດຫວັງຂອງຊາວຫວຽດນາມ ທີ່ຍາດໄດ້ລາງວັນ Nobel
(VOVWORLD) -ຕອນບ່າຍວັນທີ 13 ມິຖຸນາ ໃນການຢ້ຽມຢາມ ຊູແອດ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ ມະຫາວິທະຍາໄລ Uppsala ຢູ່ ນະຄອນ Uppsala ຊື່ງແມ່ນໂຮງຮຽນທີ່ມີຊື່ສຽງ ບໍ່ພຽງແຕ່ຢູ່ ຊູແອດເທົ່ານັ້ນ ຫາກຍັງໃນທົ່ວໂລກອີກດ້ວຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ຊ່ຽວຊານ, ນັກວິທະຍາສາດ ຍາດໄດ້ລາງວັນ Nobel ຢູ່ ມະຫາວິທະຍາໄລ Uppsala. (ພາບ: Dương Giang/TTXVN) |
ໃນຖັນແຖວນັກຄົ້ນຄວ້າຢູ່ໂຮງຮຽນ ກໍ່ມີບັນດາປັນຍາຊົນແມ່ນ ຊາວ ຫວຽດນາມ, ໃນນັ້ນ ມີສາດສະດາຈານ ຫງວຽນມິງຮຸ່ງ.
ທ່ານນາຍົກລັດຖະມົນຕີ ສະເຫນີ ມະຫາວິທະຍາໄລ Uppsala ແຮກສ່ຽວກັບມະຫາວິທະຍາໄລແຫ່ງຊາດແຫ່ງຫນຶ່ງຂອງ ຫວຽດນາມ ຍູ້ແຮງການຮ່ວມມືບຳລຸງສ້າງ, ຄົ້ນຄວ້າ, ແລກປ່ຽນວິຊາການກັບບັນດາຮາກຖານການສຶກສາ, ຄົ້ນຄ້ວາ, ແລະ ສ້າງເງື່ອນໄຂມອບທຶນການສຶກສາໃຫ້ແກ່ນັກສຶກສາ, ນັກຄົ້ນຄ້ວາ ຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງສອງປະເທດ ຊື່ງຫາກໍ່ໄດ້ຮັບການສ້າງຕັ້ງໃນການຢ້ຽມຢາມ
ທ່ານນາຍົກລັດຖະມົນຕີ ຢາກໃຫ້ນັກຮຽນ, ນັກສຶກສາ ຫວຽດນາມ ຍາມໃດກໍ່ມານະພະຍາຍາມ, ປະດິດຄິດສ້າງ, ມີຄວາມໄຝ່ຝັນໃຫຍ່ ພະຍາຍາມຮ່ຳຮຽນ, ຄົ້ນຄ້ວາເປັນຢ່າງດີ ພ້ອມທັງຍົກສູງຄວາມຮູ້ດ້ານກົດໝາຍ, ວັດທະນະທຳປະເທດປະຈຳຖິ່ນ, ຝືກຝົນຫລໍ່ຫລອມບັນດາທັກສະເພື່ອຮັບໃຊ້ວຽກງານໃນອະນາຄົດບໍ່ວ່າຢູ່ ຊູແອດ ຫລື ຢູ່ ຫວຽດນາມ. ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບສະຖາບັນ ການແພດ Karolinska ຂອງ ຊູແອດ.