ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

(VOVWORLD) - ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ - ảnh 1(ທີ່ກອງປະຊຸມ)

        ຕອນເຊົ້າວັນທີ 06 ທັນວາ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ.

        ທີ່ກອງປະຊຸມ, ທ່ານ ຫງວຽນວັນທັງ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ ເສດຖະກິດມະຫາພາກໄດ້ຮັກສາໄວ້ເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີ, ການເຕີບໂຕໄດ້ຮັບການຊຸກຍູ້, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນ. ມີຫຼາຍອົງການສາກົນສືບຕໍ່ຕີລາຄາຢ່າງຕັ້ງໜ້າ ແລະ ມີການຄາດຄະເນທີ່ໜ້າປະເອີບໃຈກ່ຽວກັບການພັດທະນາດ້ານເສດຖະກິດຂອງ ຫວຽດນາມ ໃນປີ 2025.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ. ລັດຖະບານ, ນາຍົກລັດຖະມົນຕີ ແບ່ງປັນກັບປະຊາຊົນ, ບັນດາທ້ອງຖິ່ນທີ່ຖືກຜົນເສຍຫາຍຫຼາຍຍ້ອນໄພທຳມະຊາດ, ພາຍຸ, ນ້ຳຖ້ວມທີ່ແກ່ຍາວໃນໄລຍະຜ່ານມາ. ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ທ່ານນາຍົກລັດຖະມົນຕີສະເໜີຕ້ອງເຮັດລ້ອນໜ້າທີ່ຂອງຕົນ ເພື່ອແກ້ໄຂຜົນເສຍຫາຍພາຍຫຼັງພາຍຸ, ນ້ຳຖ້ວມ.

        “ກ້າວເຂົ້າສູ່ບັນຍາກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ປະຊາຊົນບໍ່ມີເຮືອນຢູ່ແມ່ນບໍ່ໄດ້. ນີ້ແມ່ນ “ຄຳສັ່ງຂອງຫົວໃຈ”, ຈິດໃຈປະຕິວັດຂອງພະນັກງານ, ສະມາຊິກພັກແຕ່ລະຄົນ ຫາກບໍ່ແມ່ນ “ຄຳສັ່ງບໍລິຫານ”. ສູນກາງ, ບັນດາກະຊວງ, ຂະແໜງການ ຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າ ສະແດງໃຫ້ເຫັນຈິດໃຈປະຕິວັດແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມທີ່ໃຫຍ່ຫຼວງຄືແນວນັ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ