ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຄົນ​ພິ​ການ​ແມ່ນ​ໄມ້​ວັດ​ແຖກ ຂອງ​ຄວາມ​ສີ​ວິ​ໄລ​ທັນ​ສະ​ໄໝ

(VOVWORLD) - ທ່ານເລຂາທິການໃຫຍ່ ເນັ້ນໜັ້ກວ່າ ການເບິ່ງແຍງດູແລໃຫ້ແກ່ຄົນພິການບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບ, ສິນທຳເທົ່ານັ້ນຫາກຍັງແມ່ນໄມ້ວັດແຖກຂອງຄວາມສິວິໄລທັນສະໄໝ, ແມ່ນຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງ ແລະ ການເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ. 
ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຄົນ​ພິ​ການ​ແມ່ນ​ໄມ້​ວັດ​ແຖກ ຂອງ​ຄວາມ​ສີ​ວິ​ໄລ​ທັນ​ສະ​ໄໝ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ຕອນບ່າຍວັນທີ 3 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານການເຮັດວຽກ ກັບບັນດາກະຊວງຂະແໜງການທີ່ກ່ຽວຂ້ອງເພື່ອປຶກສາຫາລືບັນດາມາດຕະການແກ້ໄຂໃນການເບິ່ງແຍງດູແລ, ໜູນຊ່ວຍຄົນພິການໃນທົ່ວປະເທດ.

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ເນັ້ນໜັ້ກວ່າ ການເບິ່ງແຍງດູແລໃຫ້ແກ່ຄົນພິການບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບ, ສິນທຳເທົ່ານັ້ນຫາກຍັງແມ່ນໄມ້ວັດແຖກຂອງຄວາມສິວິໄລທັນສະໄໝ, ແມ່ນຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງ ແລະ ການເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັ້ກເຖິງບັນດາໜ້າທີ່ໃນໄລຍະຈະມາເຖິງ:

ຍົກສູງຄວາມຮັບຮູ້ຂອງວົງຄະນະຍາດ, ລົບລ້າງການຈຳແນກການປະພຶດ, ຊຸກຍູ້ສັງຄົມບໍ່ມີຮົ້ວກີດຂວາງ ແລະ ເຂົ້າເຖິງໃຫ້ແກ່ທຸກຄົນ. ພ້ອມກັນນັ້ນ ຕ້ອງສົ່ງເສີມພາກເອກະຊົນ, ບັນດາອົງການຈັດຕັ້ງສັງຄົມ ແລະ ວົງຄະນະຍາດເຂົ້າຮ່ວມບັນດາການເຄື່ອນໄຫວໜູນຊ່ວຍຄົນພິການຢ່າງເລິກເຊິ່ງກວ້າງຂວາງ ສ້າງວຽກເຮັດງານທຳ, ມີຫົດຄິດປະດິດສ້າງໃນການສ້າງຜະລິດຕະພັນ ແລະ ການບໍລິການທີ່ເປັນມິດ.

ຕອບກັບ

ຂ່າວ/ບົດ​ອື່ນ