ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ.ລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ ຮ່າໂນ້ຍ

(VOVWORLD) - ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ອວຍພອນປະເທດ ລາວ, ພາຍໃຕ້ການຊີ້ນຳຂອງພັກປະຊາຊົນປະຕິວັດ ລາວ ບັນລຸໄດ້ຜົນງານພົ້ນເດັ່ນຫຼາຍຢ່າງໃນໄລຍະ 50 ປີຜ່ານມາ
ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ.ລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ ຮ່າໂນ້ຍ - ảnh 1(ການນຳ ຫວຽດນາມ - ລາວ ເຂົ້າຮ່ວມພິທີ)

ຕອນເຊົ້າວັນທີ 27 ພະຈິກ, ຢູ່ໂຮງລະຄອນ ໂຮ່ເກືອມ, ທີ່ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສສ.ຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສະຖາປະນາ ສປປ.ລາວ ຄົບຮອບ 50 ປີ (02 ທັນວາ 1975 – 02 ທັນວາ 2025) ແລະ 105 ປີແຫ່ງວັນເກີດຂອງປະທານ ໄກສອນ ພົມວິຫານ ຢ່າງສົມກຽດ.

ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ.ລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ ຮ່າໂນ້ຍ - ảnh 2(ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ອວຍພອນປະເທດ ລາວ, ພາຍໃຕ້ການຊີ້ນຳຂອງພັກປະຊາຊົນປະຕິວັດ ລາວ ບັນລຸໄດ້ຜົນງານພົ້ນເດັ່ນຫຼາຍຢ່າງໃນໄລຍະ 50 ປີຜ່ານມາ; ພ້ອມກັນນັ້ນ ກໍ່ສະແດງການຕອບບຸນແທນຄຸນຕໍ່ປະທານ ໄກສອນ ພົມວິຫານ, ຜູ້ທີ່ໄດ້ກໍ່ຕັ້ງພື້ນຖານໃຫ້ແກ່ລັດ ລາວ ທັນສະໄໝ ແລະ ໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດ ລາວ - ຫວຽດນາມ. ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ:

“ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມເອອ້າງທະນົງໃຈເມື່ອມີເພື່ອນຜູ້ໜຶ່ງທີ່ສັດຊື່ບໍລິສຸດ, ຮ່ວມອຸດົມການ. ຍາມໃດພວກຂ້າພະເຈົ້າກໍ່ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ ໄຊຊະນະຂອງການປະຕິວັດ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນນີ້, ກໍຄືໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຄືໃນປະຈຸບັນ ລ້ວນແຕ່ຕິດພັນກັບນ້ຳໃຈສາມັກຄີພິເສດ ດ້ວຍຈິດໃຈ “ຮ່ວມທຸກຮ່ວມສຸກ, ເຂົ້າເມັດຫັກ, ເສັ້ນຜັກແບ່ງ” ຂອງປະຊາຊົນ ລາວ ອ້າຍນ້ອງ. ຫວຽດນາມ ສະໜັບສະໜູນຢ່າງແຮງ, ຮອບດ້ານຕໍ່ພາລະກິດປ່ຽນແປງໃໝ່, ການສ້າງສາ ແລະ ການພັດທະນາຂອງປະເທດ ລາວ ອ້າຍນ້ອງ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດພວກເຮົາຢ່າງບໍ່ຢຸດຢັ້ງ”.

ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ.ລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ ຮ່າໂນ້ຍ - ảnh 3(ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ)

ໃນບົດກ່າວຄຳເຫັນຕອບຄືນ, ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ, ໄດ້ທົບທວນຄືນບັນດາຜົນງານພົ້ນເດັ່ນຂອງ ລາວ ໃນໄລຍະ 50 ປີຜ່ານມາ, ກໍຄືທົບທວນຄືນບັນດາຈຸດພົ້ນເດັ່ນໃນການພົວພັນ 2 ຝ່າຍ ລາວ - ຫວຽດນາມ. ທ່ານນາງ ຄຳເພົາ ເອີນທະວັນ ເນັ້ນໜັກວ່າ:

(ທ່ານນາງເອກອັກຄະັດຖະທູດ ຄຳເພົາ ເອີນທະວັນ)

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 26 ພະຈິກ, ຢູ່ ຮ່າໂນ້ຍ, ສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ຈັດງານລ້ຽງຢ່າງສົມກຽດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສະຖາປະນາ ສປປ.ລາວ ຄົບຮອບ 50 ປີ (02 ທັນວາ 1975 – 02 ທັນວາ 2025). ໃນບົດກ່າວປາໄສອວຍພອນບັນດາຜົນງານເຊິ່ງປະເທດ ລາວ ບັນລຸໄດ້ໃນເຄິ່ງສະຕະວັດຜ່ານມາ, ທ່ານນາງ ຫງວຽນທິແທັງ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

ບັນດາຜົນງານທີ່ຮຸ່ງເຮືອງນີ້ບໍ່ແມ່ນເກີດມາຈາກສິ່ງທຳມະດາ. ນັ້ນແມ່ນໝາກຜົນຂອງຍຸດທະສາດຢ່າງເລິກເຊິ່ງ ແລະ ຄຸນນະທາດການເມືອງຢືດໝັ້ນຂອງພັກປະຊາຊົນປະຕິວັດ ລາວ ແລະ ເຈດຈຳນົງບໍ່ຍອມຈຳນົນຂອງປະຊາຊົນ ລາວ ໝົດທຸກຄົນ. ບັນດາໄຊຊະນະນັ້ນ ບໍ່ພຽແຕ່ແມ່ນໄຊຊະນະຂອງ ລາວ ເທົ່ານັ້ນ, ຫາກຍັງແມ່ນຄວາມເອກອ້າງທະນົງໃຈລວມຂອງ 2 ຊາດອີກດ້ວຍ, ເມື່ອໄດ້ຽງບ່ຮຽງໄຫຼ່ໃນເສັ້ນທາງປະຫວັດສາດຕໍ່ສູ້ປົດປ່ອຍຊາດທີ່ສະຫງ່າອົງອາດ ແລະ ພ້ອມກັນສ້າງສາປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ