ທ່ານນາຍົກລັດຖະມົນຕີ ສິງກະໂປ ສິ້ນສຸດການຢ້ຽມຢາມທາງການຫວຽດນາມຢ່າງຈົບງາມ
(VOVWORLD) - ໃນໂອກາດນີ້, ນາຍົກລັດຖະມົນຕີ ຫວຽດນາມ ແລະ ສິງກະໂປ ກໍ່ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື ລະຫວ່າງສອງປະເທດຫຼາຍສະບັບ.
ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ແລະ ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VOV) |
ຕອນຄ່ຳວັນທີ 2 ມີນາ, ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ແລະ ພັນລະຍາໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 25 – 26 ມີນາຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ. ໃນການຢ້ຽມຢາມ, ການນຳສອງປະເທດໄດ້ເຫັນດີເປັນເອກະພາບຮັກສາຫຼັກໝັ້ນລວມຂອງ ອາຊຽນໃນບັນຫາທະເລຕາເວັນອອກ; ເນັ້ນໜັກເຖິງລະດັບຄວາມສຳຄັນຂອງຄວາມເສລີ, ຄວາມປອດໄພໃນການເດີນເຮືອ, ການບິນ; ຮັບປະກັນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC)ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງສະພາບແວດລ້ອມທີ່ສະດວກ, ສູ້ຊົນສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທ້ຈິງ ແລະ ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ໃນໂອກາດນີ້, ນາຍົກລັດຖະມົນຕີ ຫວຽດນາມ ແລະ ສິງກະໂປ ກໍ່ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື ລະຫວ່າງສອງປະເທດຫຼາຍສະບັບ.