ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ລົງຢ້ຽມຢາມ ແລະ ເຮັດວຽກກັບກອງພົນໃຫຍ່ເລກ 1
(ພາບ : QDND)
|
(vovworld)- ເມື່ອໂອ້ລົມກັບພະນັກງານນັກຮົບກອງພົນໃຫຍ່ເລກ 1 ໃນວັນທີ 7/1, ທ່ານປະທານ ປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ຢືນຢັນວ່າ ໃນໄລຍະ 40 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່, ກອງພົນໃຫຍ່ເລກ 1 ໄດ້ເສີມຂະຫຍາຍຄຸນນະທາດທີ່ດີງາມ ແລະ ມູນເຊື້ອທີ່ສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມວິລະຊົນ, ປະກອບສ່ວນພ້ອມກັບທົ່ວປະເທດປະຕີບັດກິດຈະການຕໍ່ສູ້ປົດປ່ອຍ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເນັ້ນໜັກວ່າ ບັນດາ ພະນັກງານນັກຮົບກອງພົນໃຫຍ່ ຄວນມານະພະຍາຍາມປົກປັກຮັກສາໝາກຜົນດັ່ງກ່າວໃນບໍ່ວ່າສະພາບການໃດ.
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຊີ້ແຈ້ງວ່າ ໃນໄລຍະໃໝ່, ການຟຶກຊ້ອມແມ່ນມີບົດບາດສຳຄັນ, ດັ່ງນັ້ນ, ພະນັກງານນັກຮົບກອງພົນໃຫຍ່ ຈົ່ງສືບຕໍ່ມູນເຊື້ອອັນດີງາມ, ເປັນເຈົ້າການມີຫວົຕິດປະດິດສ້າງ, ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອເຮັດຫຼ້ອນໜ້າທີ່ຟຶກຊ້ອມ, ກຽມພ້ອມສູ້ຮົບ.