ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ Estonia
|
(vovworld) - ຕອນເຊົ້າວັນທີ 9/11, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ ເນື່ອງໃນໂອກາດຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດປະຈຳຫວຽດນາມ. ທີ່ການຕ້ອນຮັບທ່ານ Azzeddine Farhane ເອກອັກຄະລັດດຖະທູດ ມາລົກ, ທ່ານປະທານປະເທດເຈິ່ນດ້າຍກວາງ ເຊື່ອໝັ້ນວ່າ: ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດຈະມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ. ທ່ານປະທານປະເທດສະເໜີໃຫ້ມາລົກ ສະໜັບສະໜູນຜູ້ອອກສະໝັກຮັບເລືອກຕັ້ງຂອງຫວຽດນາມ ເຂົ້າດຳລົງຕຳແໜ່ງ ຜູ້ອຳນວຍການໃຫຍ່ UNESCO ອາຍຸການ ປີ 2017-2021. ພ້ອມທັງເພີ່ມທະວີການຮ່ວມມືໃນຂົງເຂດການເງິນ, ການທະນາຄານ ແລະ ຊຸກຍູ້ກົນໄກຮ່ວມມື 3 ຝ່າຍ. ທີ່ການຕ້ອນຮັບທ່ານ Kunio Umeda ເອກອັກຄະລັດຖະທູດຍີ່ປຸ່ນ ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢັ້ງຢືນວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ ແມ່ນຖືຍີ່ປຸ່ນເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ. ທ່ານປະທານປະເທດເຊື່ອໝັ້ນວ່າ ດ້ວຍບົດຮຽນຂອງຕົນ ທ່ານເອກອັກຄະລັດຖະທູດຈະເສີມຂະຫຍາຍບົດບາດເປັນຜູ້ສະເໜີແນະນະໂຍບາຍຢ່າງມີປະສິດທິຜົນ ແລະ ເປັນຂົວເຊື່ອມຕໍ່ສຳຄັນ. ຜ່ານນັ້ນປະກອບສ່ວນນຳການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.
ແລະກໍ່ໃນຕອນບ່າຍຂອງວັນດຽວກັນ ທ່ານປະທານປະເທດໄດ້ໃຫ້ການຕ້ອນຮັບທ່ານ ປາເຊີວິດ ດາບລາດໂຊດາ ເອກອັກຄະລັດຖະທູດ ຕາຈີກິດສະຖານ; ທ່ານ ອີນາມາ ຈີອືລີໂອນິດ ເອກອັກຄະລັດຖະທູດ ລິດວາ ແລະ ທ່ານ ອີຊີເກລິ ມາຕາຍໂຕກາ ເອກອັກຄະລັດຖະທູດ ຟີຈິ ດ້ວຍຄວາມສະໜິດສະໜົມ.