![ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ໂຄສະນາອາຊີ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_11_11/photo_2.jpg)
ທ່ານດິງກວາງຫງື, ປະທານສະຫະສະມາຄົມໂຄສະນາຫວຽດນາມ
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ໂຄສະນາອາຊີ
ພາບ:vtc.vn
|
(vovworld)-ທີ່ການຕ້ອນຮັບຄະນະຜູ້ແທນໃນຕອນບ່າຍວັນທີ 11/11 ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ອວຍພອນບັນດາຜູ້ແທນມາເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ແລະ ຖືວ່າ: ໃນສະພາບການເສດຖະກິດໂລກຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ແຕ່ ອາຊີ ຍັງໄດ້ຮັບຖືວ່າ ແມ່ນກຳລັງຫນູນຂອງການພັດທະນາ ແລະ ສັດຕະວັດທີ 21 ແມ່ນສັດຕະວັດຂອງ ອາຊີ. ສະນັ້ນ ການມີຫນ້າຈອງບັນດາຜູ້ແທນທີ່ມາຈາກບັນດາບໍລິສັດ, ສະຫະສະມາຄົມທີ່ລືຊື່ໃນພາກພື້ນ ແມ່ນມີຄວາມໝາຍ ດ້ວຍຄວາມປາດຖະຫນາຢາກຊຸກຍູ້ການເຕີບໂຕເສດຖະກິດຂອງພາກພື້ນໃຫ້ສູງກວ່າ.