(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກເຖິງພື້ນຖານຂອງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ໂດຍເລີ່ມແຕ່ຊຸມປີ 50 ຂອງສະຕະວັດກ່ອນ ແລະ ຍາມໃດກໍ່ໄດ້ຮັບການປັບປຸງ
ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມກັບ ພັນລະຍາ ແລະ ທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ພ້ອມກັບ ພັນລະຍາ
(ພາບ: TTXVN)
|
ຕອນຄ່ຳວັນທີ 23 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ແລະ ພັນລະຍາ ທີ່ພວມຢ້ຽມຢຽມທາງລັດຖະກິດ ຫວຽດນາມ.
ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກເຖິງພື້ນຖານຂອງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ໂດຍເລີ່ມແຕ່ຊຸມປີ 50 ຂອງສະຕະວັດກ່ອນ ແລະ ຍາມໃດກໍ່ໄດ້ຮັບການປັບປຸງ, ພັດທະນາຈາກການນຳ ແລະ ປະຊາຊົນຫຼາຍລຸ້ນຄົນຂອງ 2 ປະເທດ, ໃນນັ້ນມີການປະກອບສ່ວນສຳຄັນຂອງປະຊາຄົມຊາວ ຫວຽດນາມ ເປັນຈຳນວນຫຼວງຫຼາຍທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ເຢຍລະມັນ. ທ່ານປະທານປະເທດ ແບ່ງປັນວ່າ:
“ຂ້າພະເຈົ້າມີຄວາມພາກພູມໃຈເມື່ອເຫັນວ່າ ໃນຄະນະຕິດຕາມທ່ານປະທານາທິບໍດີມີສ່ວນບຸກຄົນດີເດັ່ນໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດຢູ່ ເຢຍລະມັນ ເກືອບ 200.000 ຄົນ ແລະ ຊາວ ຫວຽດນາມ ນັບແສນຄົນໄດ້ຮ່ຳຮຽນ, ອອກແຮງງານຢູ່ ເຢຍລະມັນ, ຮູ້ພາສາ ເຢຍລະມັນ ແມ່ນກຳລັງສຳຄັນເພື່ອຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ຊຸກຍູ້ນ້ຳໃຈມິດຕະພາບ ແລະ ຄວາມເຂົ້າໃຈລະຫວ່າງ 2 ປະເທດໃຫ້ຍິ່ງໆຂຶ້ນ”.
ບົນພື້ນຖານບັນດາການຮ່ວມມືທີ່ນັບມື້ນັບບັນລຸປະສິດທິຜົນໃນທຸກຂົງເຂດນັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ ປາດຖະໜາວ່າ, 2 ປະເທດຈະຮ່ວມແຮງຮ່ວມໃຈເຮັດໃຫ້ການພົວພັນ 2 ຝ່າຍໃຫ້ເລິກເຊິ່ງຂຶ້ນຕືມ, ຕັ້ງໜ້າເຂົ້າຮ່ວມການແກ້ໄຂບັນດາສິ່ງທ້າທາຍລວມຂອງພາກພື້ນ ແລະ ທົ່ວໂລກ, ບົນຈິດໃຈຄູ່ຮ່ວມມືຍຸດທະສາດເຊິ່ງ 2 ປະເທດໄດ້ສ້າງຕັ້ງແຕ່ປີ 2011.