ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ: ຄວນຍູ້ແຮງການຖ່າຍທອດເຕັກໂນໂລຢີ ການແພດກ້າວໜ້າຂອງ ຍີ່ປຸ່ນ ໃຫ້ແກ່ ຫວຽດນາມ.
(VOVWORLD) -ທ່ານນາງ ປອ Kusumi Mari ໄດ້ຢັ້ງຢືນຄວາມຕັດສີນໃຈພະຍາຍາມກໍ່ສ້າງໂຮງໝໍ ຢູ່ ຫວຽດນາມໃຫ້ສຳເລັດໂດຍໄວ ແລະ ນຳໃຊ້ເຕັກໂນໂລຢີ່ໃໝ່ຫຼ້າສຸດດ້ານການແພດ ກໍ່ຄືເຕັກນິກການປິ່ນປົວທີ່ກ້າວໜ້າຈາກ ປະເທດ ຢີ່ປຸ່ນ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ສຶກສາທາງການແພດ ຈຳກັດ ຍີ່ປຸ່ນ (ພາບ: TTXVN) |
ຕອນເຊົ້າ ວັນທີ 27 ມັງກອນ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ສຶກສາທາງການແພດ ຈຳກັດ ຍີ່ປຸ່ນ. ທີ່ການຕ້ອນຮັບ, ທ່ານປະທນາປະເທດ ໄດ້ຊົມເຊີຍທທ່ານນາງ Kusumi Mari, ປະທານບໍລິສັດສຶກສາທາງການແພດ ທີ່ໄດ້ລົງທຶນຢູ່ ຫວຽດນາມ ດ້ວຍໂຄງການກ່ຽວກັບໂຮງຮຽນ ແລະ ໂຮງໝໍ; ຕີລາຄາສູງຄວາມຕັດສິນໃຈຂອງ ທ່ານ ປອ Kasumi Mari ໃນການກໍ່ສ້າງໂຮງໝໍ. ທ່ານປະທານປະເທດໃຫ້ຮູ້ວ່າ, ຫວຽດນາມ ແມ່ນປະເທດມີພົນລະເມືອງເກືອບ 100 ລ້ານຄົນ, ສະນັ້ນຄວາມຕ້ອງການກໍ່ສ້າງໂຮງໝໍຕື່ມອີກແມ່ນມີຄວາມຈຳເປັນທີ່ສຸດເພື່ອຮັບໃຊ້ວຽກງານກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ, ທ່ານປະທານປະເທດ ຫວຽດນາມ ປາດຖະໜາວ່າໂຮງໝໍຫຼັງດັ່ງກ່າວຈະໄດ້ນຳເຂົ້າໃຊ້ການໂດຍໄວ ແລະ ໄດ້ຮັບການຖ່າຍທອດເຕັກໂນໂລຢີການແພດທີ່ກ້າວໜ້າຈາກ ຍີ່ປຸ່ນ.
ສ່ວນທ່ານນາງ ປອ Kusumi Mari ໄດ້ຢັ້ງຢືນຄວາມຕັດສີນໃຈພະຍາຍາມກໍ່ສ້າງໂຮງໝໍ ຢູ່ ຫວຽດນາມໃຫ້ສຳເລັດໂດຍໄວ ແລະ ນຳໃຊ້ເຕັກໂນໂລຢີ່ໃໝ່ຫຼ້າສຸດດ້ານການແພດ ກໍ່ຄືເຕັກນິກການປິ່ນປົວທີ່ກ້າວໜ້າຈາກ ປະເທດ ຢີ່ປຸ່ນ.