ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ
ຕ້ອນຮັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ ສົມເດັດ ແຮນ ຊຳຣີນ
|
(vovworld)- ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ ສົມເດັດ ແຮນ ຊຳຣີນ ໃນຕອນບ່າຍວັນທີ 27/3 ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ຊົມເຊີຍປະທານ ປະທານສະພາແຫ່ງຊາດ ກຳປູເຈຍ ສົມເດັດ ແຮນ ຊຳຣີນ ແລະ ຄະນະຜູ້ແທນສະພາແຫ່ງຊາດ ກຳປູເຈຍ ມາຫວຽດນາມ ເຂົ້າຮ່ວມ IPU 132. ປະທານສະພາແຫ່ງຊາດຫວຽດນາມປາດຖະຫນາວ່າ ຄະນະຜູ້ແທນສະພາແຫ່ງຊາດ ກຳປູເຈຍ ຈະມີການປະກອບສ່ວນຢ່າງຕັ້ງຫນ້າເພື່ອໃຫ້ IPU 132 ປະສົບຜົນສຳເລັດ. ໃນການຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ, ປະທານສະພາແຫ່ງຊາດ ຫງວຽນຊີງຮ່ງ ເຊື່ອໝັ້ນວ່າ ດ້ວຍອາລົມຈິດອັນດີງາມໂດຍຄົນລຸ້ນກ່ອນເພີ່ມພູນຄູນສ້າງ, ການພົວພັນລະຫວ່າງສອງປະເທດຈະນັບມື້ນັບພັດທະນາຢ່າງໝັ້ນຄົງ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ. ສອງຝ່າຍຄວນສືບຕໍ່ຮ່ວມມືຮອບດ້ານ ແລະ ມີລັກສະນະຍຸດທະສາດໃນທຸກຂົງເຂດ. ເສັ້ນຊາຍແດນທາງບົກຕ້ອງໄດ້ຮັບການປະຕິບັດໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.