ທ່ານ Chamal Rajapaksa, ປະທານສະພາແຫ່ງຊາດ ສີລັງກາ
(ພາບ: lankatruth.com)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສີລັງກາ ໂດຍທ່ານ Chamal Rajapaksa, ປະທານສະພາແຫ່ງຊາດ ນຳໜ້າ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14 – 19/07/2013. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານປະທານສະພາແຫ່ງຊາດ Chamal Rajapaksa ຈະມີການເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຄະນະກໍ່ຈະໄປຢ້ຽມຢາມ ແລະ ເຮັດວຽກກັບບາງກະຊວງ, ຂະແໜງການສູນກາງ, ແຂວງກວາງນິງ, ນິງບິ່ງ ແລະ ນະຄອນໂຮ່ຈິມິນ. ທີ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສີລັງກາ ຈະໄປຢ້ຽມຢາມບາງເຂດປູຊະນິຍະສະຖານປະຫວັດຊາດ ແລະ ວາງພວງມາລາ, ເຂົ້າຢ້ຽມຄຳນັບສຸ້ສານປະທານໂຮ່ຈິມິນ. ການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນສະພາແຫ່ງຊາດ ສີລັງກາ ແມ່ນເພື່ອແນໃສ່ປະກອບສ່ວນຊຸກຍູ້ການພົວພັນດ້ານການເມືອງມິດຕະພາບ ແລະ ມູນເຊື້ອພັດທະນາອັນດີງາມລະຫວ່າງ 2 ປະເທດ.