ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມການພົບປະສັງສັນນັກລົງທຶນແຂວງ ເງ້ອານ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມການພົບປະສັງສັນນັກລົງທຶນແຂວງ ເງ້ອານ
(ພາບ: ອິນເຕີເນັດ)
(vov world) ຕອນເຊົ້າວັນທີ 5/2, ຢູ່ນະຄອນວີງ, ຄະນະກຳມະການປະຊາຊົນແຂວງ ເງ້ອານໄດ້ສົມທົບກັບຄະນະພັກກຸ່ມວິສະຫະກິດສູນກາງ ແລະ ທະນາຄານລົງທຶນ ແລະ ພັດທະນາຫວຽດນາມ ຈັດຕັ້ງການພົບປະສັງສັນຍາມຕົ້ນລະດູບານໃໝ່ກັບບັນດານັກລົງທຶນ. ບັນດາຜູ້ແທນໄດ້ຊີ້ແຈງບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງເງ້ອານ ເພື່ອລົງທຶນພັດທະນາ, ໃນນັ້ນເນັ້ນໜັກເຖິງທັດສະນະ ແລະ ລັກສະນະສະເໝີຕົ້ນສະເໝີປາຍໃນນະໂຍບາຍລົງທຶນເຂົ້າເງ້ອານ ແມ່ນສ້າງກາລະໂອກາດທີ່ສະດວກ, ພ້ອມກັນແບ່ງປັນຜົນປະໂຫຍດກັບນັກລົງທຶນພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນກໍ່ໃຫ້ບຸລິມະສິດບັນດາໂຄງການລົງທຶນເຕັກໂນໂລຢີສູງ, ເຕັກໂນໂລຢີສະອາດ, ໃຫ້ບຸລິມະສິດບັນດາແຫຼ່ງເງິນລົງທຶນຈາກຕ່າງປະເທດ (ຫຼື FDI).
ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ ໄດ້ສະເໜີແຂວງ ເງ້ອານ ແລະ ບັນດານັກທຸລະກິດພ້ອມກັນປ່ຽນໃໝ່ແນວຄວາມຄິດ, ວິທີເຮັດວຽກ ເພື່ອລົງທຶນຢ່າງມີປະສິດທິຜົນ, ກ່ອນອື່ນໝົດແມ່ນພັດທະນາແຫຼ່ງຊັບພະຍາກອນມະນຸດ, ປະຕິຮູບການບໍລິຫານຢ່າງແຮງ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນ ທ່າໄດ້ປຽບຢ່າງມີປະສິດທິຜົນ. ທ່ານປະທານສະພາແຫ່ງຊາດຊີ້ແຈງວ່າ: ແຂວງເງ້ອານ ຕ້ອງຖືການຮ່ວມສຳພັນລະຫວ່າງເຂດ ເປັນສຳຄັນ ແລະ ເໝາະສົມກັບແຜນກຳນົດພັດທະນາຂອງທົ່ວປະເທດ, ເພື່ອສ້າງທ່ວງທ່າ ແລະ ກຳລັງແຮງຢ່າງໃຫຍ່ຫຼວງ.
ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ໄປຖະຫວາຍທູບທຽນທີ່ ອະນຸສາວະລີ ເຈົ້າຊີວິດ ກວາງຈູງ ຢູ່ ຈອມພູ ກວຽດ ແລະ ວາງພວງມາລາອາໄລຫາປະທານ ໂຮ່ຈີມິນ ຢູ່ ສະໜາມຫຼວງ ໂຮ່ຈີມິນ ທີ່ນະຄອນ ວິງ.