ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຮັດວຽກກັບກະຊວງ ຕຳຫຼວດ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຮັດວຽກກັບກະຊວງ ຕຳຫຼວດ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ເຮັດ​ວຽກ​ກັບ​ກະຊວງ​ຕຳຫຼວດ)


(vovworld) - ທີ່​ການ​ເຮັດ​ວຽກ​ກັບ​ກະຊວງ​ຕຳຫຼວດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ ອົງຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ ​ແລະ ບັນດາ​ອົງຄະ​ນະ​ພັກ​ສັງກັດ ​ໄດ້​ຈັດ​ຕັ້ງ​ວຽກ​ງານ​ຊາບ​ຊືມ, ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 9 ກ່ຽວ​ກັບ​ “ການ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ​ດ່າ​ນັ້ງ ​ໃນ​ໄລຍະ​ຫັນ​ປະ​ເທດ​ຊາດ ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ”. ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ “ສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ” ຢ່າງ​ເຂັ້ມ​ງວດ, ຖືກ​ກັບ​ຂໍ້​ກຳນົດ ​ແລະ ບັນລຸ​​ໄດ້ປະສິດທິ​ຜົນ​ສູງ.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ໃຫ້​ອົງຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ ຕ້ອງ​ເສີມ​ຂະຫຍາຍ​ໝາກຜົນບັນດາ​ມາດ​ຕະການ​ແກ້​ໄຂ​ກ່ຽວ​ກັບວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ການ​ເມືອງ, ​ແນວ​ຄິດ... ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​ຮຽກ​ຮ້ອງ​ໃຫ້​ກຳລັງ​ຕຳຫຼວດ​ເອົາ​ໃຈ​ໃສ່​ນຳ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ​ເຂົ້າ​ໃນ​ບັ້ນ​ດຳ​ເນີນ​ຊີວິດ​ຂອງ​ໜ່ວຍ​ພັກ, ຍ້ອງຍໍ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ຢ່າງ​ທັນ​ການ ​ແລະ ຂະ​ບວນການ​ແຂ່ງ​ຂັນຕ້ອງຕິດ​ພັນ​ກັບ​ໂຄງການ​ເຄື່ອນ​ໄຫວ​ຂອງ​ແຕ່​ລະ​ຫົວໜ່ວຍ​ຢ່າງ​ລະອຽດ.

ຂ່າວ/ບົດ​ອື່ນ