ທ່ານປະທານາທິບໍດີ V.Putin: ລັດເຊຍ ຈະສະກັດກັ້ນບັນດາຜູ້ຢາກຄອບຄອງໂລກ
ນັກຂ່າວ VOV ປະຈຳ ລັດເຊຍ -  
(VOVWORLD) - ລັດເຊຍ ຈະສະກັດກັ້ນຜູ້ໃດທີ່ຢາກຄອບຄອງໂລກ ແລະ ຈະນຳໃຊ້ທຸກໆພາຫະນະທີ່ພວມມີຢູ່ເພື່ອປົກປ້ອງອະທິປະໄຕ
ທ່ານປະທານາທິບໍດີ ລັດເຊຍ V.Putin (ພາບ:AP) |
ໃນສານບັນທຶກໃນເທບວີດີໂອຕອນໜຶ່ງທີ່ຝາກເຖິງປະຊາຊົນລັດເຊຍ ທຸກໆຄົນ, ທ່ານປະທານາທິບໍດີ ລັດເຊຍ V.Putin ໄດ້ປະກາດວ່າ: ລັດເຊຍ ຈະສະກັດກັ້ນຜູ້ໃດທີ່ຢາກຄອບຄອງໂລກ ແລະ ຈະນຳໃຊ້ທຸກໆພາຫະນະທີ່ພວມມີຢູ່ເພື່ອປົກປ້ອງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕົນ. ທ່ານປະທານາທິບໍດີ V.Putin ປະກາດວ່າ: ເປົ້າໝາຍຂອງຝ່າຍຕາເວັນຕົກແມ່ນເຮັດໃຫ້ລັດເຊຍ ອ່ອນແອລົງ, ຖືກແບ່ງແຍກ ແລະ ດັບສູນປະເທດລັດເຊຍ ແລະ ຢັ້ງຢືນວ່າ ບັນດາພົນລະເມືອງລັດເຊຍ ສາມາດເຊື່ອໝັ້ນໄດ້ກ່ຽວກັບຜືນແຜ່ນດິນອັນຄົບຖ້ວນ, ພື້ນຖານເອກະລາດ ແລະ ເສລີພາບຂອງປະເທດຊາດຈະໄດ້ຮັບການຮັບປະກັນດ້ວຍທຸກໆພາຫະນະທີ່ພວມມີຢູ່ແລ້ວ.
ນັກຂ່າວ VOV ປະຈຳ ລັດເຊຍ