ທ່ານພົນໂທ ຫງວຽນຈີ໋ວິ້ງ (ພາບ: TTXVN)
(vovworld) - ຕອນບ່າຍວັນທີ 15/03 ທ່ານພົນໂທ ຫງວຽນຈີ໋ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມີການຕ້ອນຮັບທ່ານ Wendy Matthews ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ ທ່ານພົນໂທ ຫງວຽນຈີ໋ວິ້ງ ຕີລາຄາສູງການພົວພັນຮ່ວມມືດ້ານປ້ອງກັນຊາດອັນດີງາມ ລະຫວ່າງ ຫວຽດນາມ ແລະ ນິວຊີແລນ ໃນໄລຍະຜ່ານມາ ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ ນິວຊີແລນ ສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດຄື: ແລກປ່ຽນຄະນະຜູ້ແທນຂັ້ນສູງ, ແບ່ງປັນບົດຮຽນໃນການເຄື່ອນໄຫວປົກປັກຮັກສາສັນຕິພາບ, ຄົ້ນຄວ້າຍຸດທະສາດ…ທ່ານເອກອັກຄະລັດຖະທູດ Wendy Matthews ໃຫ້ຮູ້ວ່າ: ປະຈຸບັນ ນິວຊີແລນ ພວມມີການຮ່ວມມືດ້ານປ້ອງກັນຊາດກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງຮັກສາສັນຕິພາບ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ 2 ຝ່າຍສືບຕໍ່ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.