ທ່ານຫງວຽນຊວນຟຸກ ກວດກາວຽກງານ ອະໄພຍະໂທດຢູ່ ແຂວງນິງບິງ ວັນອາທິດ ທີ 18 ສິງຫາ ຄ.ສ. 2013 | 16:28:06 (ພາບປະກອບ:cand.com.vn) (vovworld)- ຕອນເຊົ້າວັນທີ 18/8, ທ່ານຫງວຽນຊວນຟຸກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ປະທານສະມາຄົມທີ່ປຶກສາອະໄພຍະໂທດ ພ້ອມກັບຄະນະປະຕິບັດງານ ໄດ້ໄປກວດກາວຽກງານອະໄພຍະໂທດຢູ່ຄ້າຍຄຸ້ມຂັງນິງແຄງ ແຂວງນິງບີ່ງ. ກ່ຽວກັບວຽກງານອະໄພຍະໂທດປີນີ້, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຊີ້ນຳວ່າ: ວຽກງານອະໄພຍະໂທດຕ້ອງຮັບປະກັນຖືກຕ້ອງຕາມບັນດາຄາດໝາຍ, ຄວາມຮຽກຮ້ອງຕ້ອງການກ່ຽວກັບການອະໄພຍະໂທດຕາມຂໍ້ຕົກລົງຂອງທ່ານປະທານປະເທດ. ພິເສດແມ່ນຕ້ອງປະຕິບັດຢ່າງເປີດເຜີຍ, ຈະແຈ້ງ, ຮັບປະກັນຄວາມຍຸດຕິທຳ, ປະຊາທິປະໄຕໃນວິວັດການພິຈາລະນາອະໄພຍະໂທດໃຫ້ແກ່ບັນດານັກໂທດ. ພາຍຫຼັງມີຂໍ້ຕົກລົງຂອງປະທານປະເທດກ່ຽວກັບວຽກງານອະໄພຍະໂທດປີ 2013, ຄ້າຍຄຸ້ມຂັງນິງແຄງ ແຂວງນິງບີ່ງ ໄດ້ດຳເນີນການເຜີຍແຜ່ຂໍ້ຕົກລົງ ແລະ ຕິດປະກາດຢ່າງເປີດເຜີຍ. ຄ້າຍຄຸ້ມຂັງນິງແຄງ ແຂວງນິງບີ່ງ ໄດ້ພິຈາລະນາອະໄພຍະໂທດໃຫ້ນັກໂທດ 383 ຄົນ ແລະ ກະກຽມບັນດາເງື່ອນໄຂສະດວກເພື່ອໃຫ້ເຂົາເຈົ້າກັບຄືນສູ່ວົງຄະນາຍາດຄືນໃໝ່. Tag ນິງບີ່ງ ຂ່າວ/ບົດອື່ນ ປະທານປະເທດ ຫວຽດນາມ ໂຕເລິມ ລົງພົບປະກັບຜູ້ມີສິດເລືອກຕັ້ງແຂວງ ຮຶງອຽນ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢ້ຽມຢາມ ແລະ ເຮັດວຽກກັບທະຫານເຂດ 9 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won – shik ສປປ. ເກົາຫລີ ຍິງທົດລອງລູກສອນໄຟນຳວິຖີຍຸດທະວິທີໃຫມ່
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won – shik
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຢູ່ລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ