ທ່ານຮອງນາຍົກ ລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບເອກອັກຄະລັດ ຖະທູດໄທ ເຂົ້າຢ້ຽມອຳລາ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ
ຕ້ອນຮັບເອກອັກຄະລັດຖະທູດໄທປະຈຳຫວຽດນາມ
(ພາບ: baomoi.com)
(vovworld) - ຕອນບ່າຍວັນທີ 25/12, ຢູ່ສຳນັກງານກະຊວງການຕ່າງປະເທດ, ໂດຍໄດ້ຮັບມອບໝາຍໜ້າທີ່ຈາກປະທານປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ທ່ານເອກອັກຄະລັດຖະທູດໄທປະຈຳຫວຽດນາມ ອານຸສົນ ຈີນວານໂນ. ຫຼັງຈາກພິທີຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕີລາຄາສູງບັນດາການປະກອບສ່ວນອັນຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໄທ ອານຸສົນ ຈີນວານໂນ ໃນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ພິເສດແມ່ນເລື່ອງຍົກສູງການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດເມື່ອເດືອນ 06/2013. ທ່ານຮອງນາຍົກລັດຖະມົນຕີ ສະແດງຄວາມເຊື່ອມໝັ້ນວ່າ ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມລວມຂອງທັງ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ໄທ ຈະມີບາດກ້າວພັດທະນາຢ່າງແຂງແຮງກວ່າອີກໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາຢ່າງວັດທະນາຖາວອນຂອງພາກພື້ນ ແລະ ຢູ່ໃນໂລກ.
ກ່ຽວກັບການຮ່ວມມືໃນອາຊຽນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງການສົມທົບກັນລະຫວ່າງຫວຽດນາມ ແລະ ໄທ ໃນໄລຍະຜ່ານມາ ແລະ ສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ພ້ອມກັບບັນດາປະເທດສະມາຊິກອື່ໆປັບປຸງຄວາມສາມັກຄີພາຍໃນກຸ່ມ, ສູ້ຊົນເພື່ອໃຫ້ອາຊຽນ ມີບົດບາດຕັ້ງໜ້າ ແລະ ຄວາມຮັບຜິດຊອບສຳລັບສະພາບແວດລ້ອມແຫ່ງສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.