(vovworld) - ວັນທີ 26/12, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ຈູມມາລີ ໄຊຍະສອນ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸ໋ຈ້ອງ ແລະ ພັນລະຍາ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ພັນລະຍາ. ການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ແມ່ນເພື່ອແນໃສ່ຮັດແໜ້ນສາຍພົວພັນລະຫວ່າງຫວຽດນາມ - ລາວ ກ່ວາອີກ, ເພີ່ມທະວີຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາທີ່ມີລັກສະນະຍຸດທະສາດລະຫວ່າງ 2 ພັກ, 2 ລັດ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.