ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານດີເດັ່ນທົ່ວປະເທດ

(VOVWORLD) -ໃນຊຸມປີມໍ່ໆມານີ້, ປະເທດຊາດມີການພັດທະນາຢ່າງວ່ອງໄວ, ທີ່ຕັ້ງບົດບາດ ແລະ ກໍາລັງແຮງຂອງປະເທດ ໄດ້ເພີ່ມຂຶ້ນ, ທີ່ຕັ້ງບົດບາດ ຂອງຫວຽດນາມ ບົນເວທີສາກົນ ກໍໄດ້ຮັບການຍົກສູງຂຶ້ນ. ການພັດທະນານັ້ນ ບໍ່ພຽງແຕ່ຢູ່ເຂດທົ່ງພຽງເທົ່ານັ້ນ, ຫາກນັບທັງຢູ່ເຂດພູດອຍ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ຢູ່ທຸກເຂດ, ພາກຂອງປະເທດຊາດອີກດ້ວຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານດີເດັ່ນທົ່ວປະເທດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານດີເດັ່ນທົ່ວປະເທດ

(ພາບ: TTXVN)

ວັນທີ 21 ທັນວາ, ຢູ່ທໍານຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ພົບປະກັບບັນດາຜູ້ແທນທີ່ເຂົ້າຮ່ວມພິທີຍ້ອງຍໍຜູ້ທີ່ມີອິດທິພົນຊື່ສຽງ ດ້ວຍຫົວຂໍ້ “ບ່ອນເພິ່ງພາອາໄສຂອງໝູ່ບ້ານ”. ເນື່ອງໃນໂອກາດບັນດາຜູ້ແທນ ເຊິ່ງແມ່ນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ ຜູ້ທີ່ມີອິດທິພົນຊື່ສຽງ 163 ຄົນ ທີ່ມາຈາກ 35 ແຂວງ, ນະຄອນ ເຂດຊາຍແດນມາເຂົ້າຮ່ວມພິທີຍ້ອງຍໍຊົມເຊີຍ, ການພົບປະສັງສັນ.

        ກ່າວຄໍາເຫັນທີ່ການພົບປະ, ໂດຍຕາງໜ້າການນໍາພັກ, ລັດ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ປະເທດຊາດມີການພັດທະນາຢ່າງວ່ອງໄວ, ທີ່ຕັ້ງບົດບາດ ແລະ ກໍາລັງແຮງຂອງປະເທດ ໄດ້ເພີ່ມຂຶ້ນ, ທີ່ຕັ້ງບົດບາດ ຂອງຫວຽດນາມ ບົນເວທີສາກົນ ກໍໄດ້ຮັບການຍົກສູງຂຶ້ນ. ການພັດທະນານັ້ນ ບໍ່ພຽງແຕ່ຢູ່ເຂດທົ່ງພຽງເທົ່ານັ້ນ, ຫາກນັບທັງຢູ່ເຂດພູດອຍ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ຢູ່ທຸກແຖບຖິ່ນຂອງປະເທດອີກດ້ວຍ. ຕາມ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລ້ວ, ໂດຍບັນລຸໄດ້ໝາກຜົນນັ້ນ, ດ້ານໜຶ່ງແມ່ນການຊີ້ນໍາ, ນໍາພາຂອງພັກ, ລັດ ແລະ ຍ້ອນຄວາມສາມັກຄີຂອງທົ່ວປວງຊົນທັງຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຫວັງວ່າ ຜູ້ມີອິດທີພົນຊື່ສຽງຢູ່ເຂດຊາຍແດນ ຈົ່ງສືບຕໍ່ເປັນແບບຢ່າງນໍາໜ້າໃນບັນດາຂະບວນການແຂ່ງຂັນຮັກຊາດ, ໂດຍສະເພາະແມ່ນຂະບວນການ ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມສະຫງົບປອດໄພເຂດຊາຍແດນຂອງຊາດ; ຂະບວນການທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທໍາເຂດຊຸມຊົນ...

ຕອບກັບ

ຂ່າວ/ບົດ​ອື່ນ