ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບປະທານສະພາແຫ່ງຊາດອາຟະລິກາໃຕ້

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບປະທານສະພາແຫ່ງຊາດອາຟະລິກາໃຕ້ - ảnh 1
(ທ່ານ​ເລຂາທິການ​​ໃຫຍ່ ຫງວຽນຟຸຈ້ອງ)

(vovworld) – ຕອນ​ບ່າຍ​ວັນ​ທີ 01/04, ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດອາ​ຟະ​ລິ​ກາ​ໃຕ້, ​ໂດຍ​ທ່ານ​ນາງ​ Baleka Mbete, ປະທານ​ສະພາ​ແຫ່ງ​ຊາດ, ປະທານທົ່ວ​ປະ​ເທ​ດພັກ​ກອງ​ປະຊຸມ​ໃຫຍ່​ຊົນ​ຊາດອາ​ຟະ​ລິ​ກາ​ (ANC) ​ເປັນ​ຫົວໜ້າ​ຄະນະທີ່ພວມ​ຢ້ຽມຢາມ ​ແລະ ​​ເຂົ້າ​ຮ່ວມ​ກອງ​ປະຊຸມ IPU 132 ຢູ່​ຫວຽດນາມ. ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​​ໃຫຍ່​ຫງວຽນ​ຟຸຈ້ອງ ​ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ກັບອາ​ຟະ​ລິ​ກາ​ໃຕ້​ເປັນ​ສຳຄັນ; ສະ​ເໜີ​ໃຫ້​ບັນດ​າກະຊວງ, ຂະ​ແໜງ​ການ 2 ປະ​ເທດ ຕ້ອງ​ເປັນ​ເຈົ້າ​ການ, ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ກັນ​ເປັນ​ຢ່າງ​ດີ​ກວ່າ​ອີກ, ​ເຮັດ​​ໃຫ້​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ແທດ​ເໝ​າະກັບ​ການ​ພົວພັນ “ຄູ່​ຮ່ວມ​ມື​ເພື່ອ​ການ​ຮ່ວມ​ມື ​ແລະ ພັດທະນາ”; ຢືນຢັນ​ຄວາມ​ປາດ​ຖະໜາ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ຫວຽດນາມ ​ໃນ​ການ​ສືບ​ຕໍ່​ປັບປຸງ ​ແລະ ຊຸກຍູ້​ການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ພັກ, 2 ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ອາ​ຟະ​ລິ​ກາ​ໃຕ້ ກວ່າ​ອີກ.

ຂ່າວ/ບົດ​ອື່ນ