(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງບັນດາບັນຫາໃຫຍ່ທີ່ທ້ອງຖິ່ນຕ້ອງເອົາໃຈໃສ່ຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ) |
ຕອນບ່າຍວັນທີ 11 ກຸມພາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ດັກລັກ ເນື່ອງໃນໂອກາດກະກຽມຕ້ອນຮັບບຸນເຕັດປີມະເມຍ 2026. ກອງປະຊຸມໄດ້ຈັດແບບທາງໄກເຊື່ອມຕໍ່ 102 ຕາແສງໃນບໍລິເວນແຂວງ.
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງບັນດາບັນຫາໃຫຍ່ທີ່ທ້ອງຖິ່ນຕ້ອງເອົາໃຈໃສ່ຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ, ໃນນັ້ນຕ້ອງປ່ຽນແປງໃໝ່ພື້ນຖານຈິນຕະນາການການພັດທະນາ, ຈາກການຄຸ້ມຄອງໄປສູ່ການສ້າງສັນເຂດພັດທະນາຍຸດທະສາດ.
“ສ້າງຮູບແບບເຕີບໂຕໃໝ່, ມຸ່ງໄປເຖິງການເຕີບໂຕຢ່າງວ່ອງໄວແຕ່ມີຄຸນນະພາບ, ມີລວງເລິກ ແລະ ຄວາມຕ້ານທານຢ່າງສູງ, ອີງໃສ່ການຈັດບັນດາກະແສການພັດທະນາຄືນໃໝ່. ຕ້ອງເດັດດ່ຽວປ່ຽນແປງຮູບແບບ ຈາກການອີງໃສ່ການຂຸດຄົ້ນຊັບພະຍາກອນມະນຸດ ແລະ ກະສິກຳດິບ ໄປສູ່ການຍົກສູງລະບົບມູນຄ່າ, ຖືອຸດສາຫະກຳປຸງແຕ່ງເລິກ, ພະລັງງານຜະລິດຄືນໃໝ່, ເສດຖະກິດທະເລ, ການທ່ອງທ່ຽວທີ່ມີຄຸນນະພາບສູງ ແລະ ເສດຖະກິດດີຈີຕອນເປັນກຳລັງໜູນ”.
ທ່ານເລຂາທິການໃຫຍ່ ກໍ່ສະເໜີໃຫ້ແຂວງ ດັກລັກ ສຸມໃສ່ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງໝັ້ນຄົງ, ຮັກສາຄວາມສະຖຽນລະພາບດ້ານການເມືອງ - ສັງຄົມໃນທຸກສະພາບການ.