ທ່ານເລຂາທິການໃຫ່ຍ Nguyen Phu Trong ພົບປະກັບບັນດານັກທຸລະກິດອັນດັບໜຶ່ງສິງກະໂປ

ທ່ານເລຂາທິການໃຫ່ຍ Nguyen Phu Trong ພົບປະກັບບັນດານັກທຸລະກິດອັນດັບໜຶ່ງສິງກະໂປ - ảnh 1

(ພາບ:vov.vn)

(vovworld)- ​ຕອ​ນ​ເຊົ້າວັນ​ທີ 14/9, ທ່ານເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ຊື່​ງພວມ​ຢູ່​ຢ້ຽມຢາມ​ສິງກະ​ໂປ ຢ່າງ​ເປັນ​ທາງ​ການ ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ສະຫະ​ສະມາຄົມນັກທຸລະກິດ​​ສິງກະ​ໂປ ​ແລະ ບັນດາ​ນັກທຸລະກິດ​ອັນ​ດັບ​ໜຶ່ງ​ສິງກະ​ໂປ, ​ໃນ​ນັ້ນມີ​ນັກທຸລະກິດ​ຫຼາຍ​ທ່ານ​ພວມ​ທຳ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ທີ່​ການ​ພົບ​ປະ, ທ່ານເລຂາທິການ​ໃຫ່ຍ Nguyen Phu Trong ​ໄດ້​ແນະນຳ​ບັນດາ​ແຜນ​ນະ​ໂຍບາຍ​ໃຫ່ຍຂອງ​ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ. ທ່ານ​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ​ກໍ່​ໃຫ້​ບຸລິມະສິດຄອບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ. ທ່ານເລຂາທິການ​ໃຫ່ຍ Nguyen Phu Trong ​ເວົ້າວ່າ:

   “ຂ້າພະ​ເຈົ້າຫວັງ​ວ່າ, ພາຍຫຼັງ​ການ​ຢ້ຽມຢາມ, ກາ​ນພົວພັນ​ດ້ານ​ເສດຖະກິດ-​ການ​ຄ້າ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ມີ​ບາດກ້າວ​ພັດທະນາ​ໃໝ່. ສິ່ງ​ດັ່ງກ່າວ​ແມ່ນ​ຕ້ອງ​ຂຶ້ນ​ກັບ​ພວກ​ເພື່ອນ, ບັນດາ​ທ່ານ​ຜູ້ນຳ, ວິ​ສາ​ຫະກິດ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ນັກທຸລະກິດ​ອັນ​ດັບ 1 ຂອງ​ສິງກະ​ໂປ ຊື່​ງ​ໄດ້, ພວມ ​ແລະ ຈະ​ທຳ​ການດຳ​ເນີນ​ທຸລະ​ກິດຢູ່​ຫວຽດນາມ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ດັ່ງກ່າວ“.

   ​ໃນ​ວັນ​ດຽວ​ກັນ, ທ່ານເລຂາທິການ​ໃຫ່ຍ Nguyen Phu Trong ​ໄດ້​ໄປ​ຢ້ຽມຢາມ​ໂຮງຮຽນ​ນະ​ໂຍບາຍ​ລັດ ຫຼີກຸງ​ຢູ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ດ້ວຍ​ຫົວ​ຂໍ້ “​ເພື່ອ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ການ ຮ່ວມ​ມື ​ແລະ ພັດທະນາ“. ທ່ານ​ເນັ້ນໜັກ​ວ່າ ການ​ຢ້ຽມຢາມ​ສິງກະ​ໂປ ຢ່າງ​ເປັນ​ທາງ​ການຄັ້ງນີ້​ຂອງ​ຄະນະ​ກົງ​ກັບ​ໂອກາດ​ບັນດາ​ປະ​ເທດ​ອາ​ຊຽນ ຫາ​ກໍ່​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງຕັ້ງ ​ແລະ ພວມ​ພ້ອມ​ກັນ​ມານະ​ພະຍາຍາມ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແຫ່ງ​ສາມັກຄີ, ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ພັດທະນາ​ໃນ​ພາກ​ພື້ນ. ທ່ານເລຂາທິການ​ໃຫ່ຍ Nguyen Phu Trong ຊີ້​ແຈ້ງວ່າ ຫວຽດນາມ ​ໃຫ້​ຄຳໝັ້ນສັນຍາ​ຈະປະຕິບັດ​​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມງວດ, ຕັ້ງໜ້າ​ພອ້ມກັບ​ບັນດາ​ປະ​ເທດ​ອາ​ຊຽນ ຊຸກຍູ້​ການ​ເຈລະຈາ ​ເພື່ອ​​ເຊັນ​ຫຼັກການປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ກັບ​ຈີນ​ໂດຍ​ໄວ, ຖືກຕ້ອງ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ລະບຸ​ໄວ​ໃນ​ຖະ​ແຫຼ​ງການ 6 ຂໍ້​ຂອງ​ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.
ຕອ​ນ​ບ່າຍວັນ​ທີ 14/9, ທ່ານເລຂາທິການ​ໃຫ່ຍ Nguyen Phu Trong ໄດ້​ສີ້​ນສຸດ​ການ​ຢ້ຽມຢາມ​ສິງ​ໂປ​ຢ່າງ​ຈົບງາມ.

ຂ່າວ/ບົດ​ອື່ນ