ທ່ານ Nguyen Tan Dung ໃຫ້ການຕ້ອນຮັບ ລັດຖະມົນຕີການຕ່າງ ປະເທດອັງກິດ

ທ່ານ Nguyen Tan Dung ໃຫ້ການຕ້ອນຮັບ ລັດຖະມົນຕີການຕ່າງ ປະເທດອັງກິດ - ảnh 1
(ພາບ:baodientu.chinhphu.vn)

( vovworld ) – ວັນ​ທີ 25/4, ທີ່​ສຳນັກງານ​ລັດຖະບານ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​​ໄດ້ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງ​ກິດ Wiliam Hague ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ນະ​ທີ່​ນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຖື​ວ່າ: ຫວຽດນາມ ​ແລະ ລາຊະ​ອານາຈັກ​ອັງກິດ ຄວນ​ຜັນ​ຂະຫຍາຍ​ໂຄງການ​ດຳ​ເນີນ​ງານ​ຂອງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຕັ້ງໜ້າ ​ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ແທດ​ຈິງ​ໃຫ້​ທັງ​ສອງ​ຝ່າຍ, ​ເພື່ອ​ສັນຕິພາບ, ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ບົນ​ຈິດ​ໃຈ​ດັ່ງ​ກ່າວ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຖື​ວ່າ ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນຕ່າງໆ, ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ການ​ສຶກສາ​ບຳລຸງ​ສ້າງ….​ສ່ວນ​ທ່ານ​ລັດຖະມົນຕີ Wiliam Hague ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງນີ້ ​ແມ່ນ​ເພື່ອ​ແນ​ໃສ່​​ແລກປ່ຽນ​ການຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການສຶກສາ, ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ…. ກ່ອນ​ໜ້ານັ້ນ, ​ໃນ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງ​ກິດ Wiliam Hague ​ເນັ້ນໜັກ​ວ່າ:   “ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳໝັ້ນສັນຍາ​ຈະ​ເປີດ​ກ້ວາງ​ການ​ຄ້າ​ເສລີ, ​ເປີກ​ກ້ວາງ​ເສດຖະກິດ ​ແລະ ພັດທະນາ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ກໍ​ຄື​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ການ​ສຶກສາ, ການ​ຄ້າ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ. ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ພ້ອມ​ກັບ​ຫວຽດນາມ ຍູ້​ແຮງ ​ແລະ ພັດທະນາ​ບັນດາ​ຂົງ​ເຂດ​ດັ່ງກ່າວ ​ແລະ ຈະ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ນີ້“.

 

ຂ່າວ/ບົດ​ອື່ນ