ນັກສຶກສາຫວຽດນາມ ຢູ່ ອົດສະຕາລີ ມຸ້ງໄປສູ່ປະເທດຊາດ

ນັກສຶກສາຫວຽດນາມ ຢູ່ ອົດສະຕາລີ ມຸ້ງໄປສູ່ປະເທດຊາດ - ảnh 1
ການແຂ່ງຂັນຕີດອກປີກໄກ່
(ພາບ: vietnamplus.vn)

(vovworld) - ​ເພື່ອ​ແນ​ໃສ່​ຈັດ​ຕັ້ງ​​ເວທີພົບ​ປະ​ແລກປ່ຽນ, ບັນ​ເທີ​ງ​ໃຫ້​ແກ່​ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ Sydney, ​ໃນ​ສັບປະ​ດາອັດສະ​ເຕີ 2012 ທີ່ຫາ​ກໍ​ສິ້ນ​ສຸດ​ລົງ, ສະມາຄົມ​ນັກ​ສຶກສາ​ຫວຽດນາມ ຢູ່ ລັດ New South Wales ​ໄດ້​ຈັດ​ຕັ້ງ​ການ​ແຂ່ງຂັນ​ກິລາ​ດ້ວຍ 3 ປະ​​ເພດ​ຄື: ບານ​​ເຕະ, ຕີດອກປີກ​ໄກ່ ​ແລະ tennis. ຄະນະ​ຈັດ​ຕັ້ງ​ຍັງ​ສົ່ງ​ເສີ​ມນ້ຳ​ໃຈ​ຮັກ​ຊາດ​ຂອງ​ນັກ​ສຶກສາ​​ໂດຍຜ່ານ​ການ​ຂາຍ​ອາຫານ ​ແລະ ​ເຄື່ອງ​ດື່ມ​ໃນ​ຊຸມ​ວັນ​ຈັດການ​ແຂ່ງຂັນ. ສຳລັບ​ສິນຄ້າ​​ແຕ່​ລະ​ອັນ​ທີ່ຂາຍ​ໄດ້, ຄະ​ນະ​ຈັດ​ຕັ້ງ​ຈະ​ຫັກ 1 ​ໂດ​ລາ​ອົດ​ສະ​ຕາ​ລີ​ ​ເຂົ້າ​ກອງ​ທຶນ “ປະກອບ​ຫີນ ​ເພື່ອ​ເຈື່ອງ​ຊາ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ອັນ​ແທດ​ຈິງ​ມຸ້ງ​ໄປ​ສູ່​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ