ນັກສຶກສາ ຫວຽດນາມ 4 ຄົນລອດເຂົ້າຮອບ 4 ທິມ
ພາບ: internet
|
(vovworld) - ນັກສຶກສາຫວຽດນາມ 4 ຄົນ ຂອງມະຫາວິທະຍາໄລສາກົນ RMIT ຫວຽດນາມ ຫາກໍລອດເຂົ້າຮອບ 4 ທິມດີເດັ່ນໃນການເສັງແກ້ໄຂກໍລະນີດຳເນີນທຸລະກິດສາກົນ 2012 ໂດຍ KPMG ຊຶ່ງແມ່ນຫນຶ່ງໃນບັນດາອົງການສະຫນອງການບໍລິການອາຊີບໃຫຍ່ສຸດຢູ່ໃນໂລກ ຈັດຕັ້ງຂຶ້ນຢູ່ ຮົ່ງກົງ. ເຖິງວ່າ ເປັນຄັ້ງທຳອິດ ທີ່ຫວຽດນາມ ສົ່ງນັກສຶກສາເຂົ້າຮ່ວມການເສັງກໍຕາມ ແຕ່ໄດ້ລື່ນກາຍບັນດາປະເທດທີ່ມີພື້ນຖານການສຶກສາພັດທະນາຄື: ອັງກິດ, ອາເມລິກາ, ຍີ່ປຸ່ນ, ຝລ່ັງ, ຈີນ. ໃນຮອບຊີງຊະນະເລີດ, ທິມ ຫວຽດນາມ ຖືກສະເຫນີ ໃຫ້ແກ້ໄຂກໍລະນີດຳເນີນທຸລະກິດທີ່ກ່ຽວຂ້ອງເຖິງບໍລິສັດການບິນ ແລະ ບັນລະຍາຍມາດຕະການຕໍ່ຄະນະກຳມະການກວດສອບຮອບຊີງຊະນະເລີດ ຊື່ງລວມມີບັນດາການນຳຂັ້ນສູງ ແລະ ຄູ່ຮ່ວມມືຂອງ KPMG ໃນທົ່ວໂລກ. ຍັງມີສາມທິມອື່ນອີກກໍໄດ້ຄັດເຫລືອເຂົ້າຮອບຊີງຊະນະເລີດ ນັ້ນແມ່ນ: ແອດສະປາຍ, ຮົ່ງກົງ ແລະ ສະວິດ ແລະ ລາງວັນທີຫນຶ່ງແມ່ນໄດ້ແກ່ທິມຂອງມະຫາວິທະຍາໄລ ຮົ່ງກົງ. ແຕ່ຄະນະກຳມະການກວດສອບກໍໄດ້ຕີລາຄາສູງທິມ RMIT ຂອງຫວຽດນາມ.