ນະຄອນໂຮ່ຈິມິນສະໜັບສະໜູນ ຊາວປະມົງ Truong Sa
(ພາບ:baobinhduong.org.vn)
( vovworld ) – ຕອນຄ່ຳວັນທີ 15/7, ຢູ່ນະຄອນໂຮ່ຈິມິນ, ສະຫະພັນໃຫ່ຍແຮງງານຫວຽດນາມ ໄດ້ຈັດພິທີປຸກລະດົມ “ບັ້ນຂົນຂວາຍສະໜັບສະໜູນຊາວປະມົງ Hoang Sa, Truong Sa“. ທ່ານ Dang Ngoc Tung ປະທານສະຫະພັນໃຫ່ຍແຮງງານຫວຽດນາມ ໃຫ້ຮູ້ວ່າ: “ໃນຊຸມປີມໍ່ໆມານີ້, ຊາວປະມົງຫວຽດນາມ ເຄີຍປະສົບກັບໄພທຳມະຊາດ, ກຳປັ່ນຖືກຈົມນ້ຳ, ມີຫຼາຍ ຄອບຄົວຖືກພັດພາກຈາກກັນ. ເພື່ອປະກອບສ່ວນແບ່ງປັນບັນດາຄວາມຫຍຸ້ງຍາກດັ່ງກ່າວ, ສະມາຊິກກຳມະບານຫວຽດນາມ 7 ລ້ານຄົນຈະແມ່ນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ຊາວປະມົງ. ທັງຊາດຫວຽດນາມ ຈົ່ງເປັ່ນບ່ອນອີງໃຫ້ຊາວປະມົງຫວຽດນາມ ເພື່ອໃຫ້ເຂົາເຈົ້າສາມາດອອກສູ່ທະເລ Hoang Sa, Truong Sa, ຮັກສາອະທິປະໄຕເຂດໝູ່ເກາະທະເລທີ່ສັກກະລະບູຊາຂອງປະເທດຊາດ“.