ນະຄອນໂຮ່ຈິມິນແລະອົງການສປຊເພື່ອການພັດທະນາປະຈຳຫວຽດນາມເພີ່ມທະວີການຮ່ວມມື

(VOVWORLD) -ນະຄອນໂຮ່ຈິມິນ ປາດຖະໜາວ່າ ອົງການສະຫະປະຊາຊາດເພື່ອການພັດທະນາ UNDP ໃຫ້ການຮ່ວມມືໜູນຊ່ວຍນະຄອນໃນບັນດາໂຄງການແບ່ງປັນບົດຮຽນໃນການປະຕິຮູບບໍລິຫານສາທາລະນະ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ໄພນ້ຳຖ້ວມ, ພັດທະນາວິສາຫະກິດເລີ່ມທຸລະກິດ…

ນະຄອນໂຮ່ຈິມິນແລະອົງການສປຊເພື່ອການພັດທະນາປະຈຳຫວຽດນາມເພີ່ມທະວີການຮ່ວມມື - ảnh 1 ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ຕ້ອນຮັບທ່ານ Kamal Malhotra

(ພາບ: TTXVN)

ນີ້ແມ່ນຄຳສະເໜີຂອງທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ທີ່ການຕ້ອນຮັບທ່ານ Kamal Malhotra, ຜູ້ປະສານງານສະຫະປະຊາຊາດ ແລະ ທັງເປັນຜູ້ຕາງໜ້າ UNDP ປະຈຳຫວຽດນາມ, ໃນຕອນຄ່ຳວັນທີ 29 ສິງຫາ.  ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ, ສະຫະປະຊາຊາດ ສືບຕໍ່ມີບັນດາໂຄງການຢ່າງແທດຈິງ, ມີປະສິດທິຜົນກວ່າເພື່ອໜູນຊ່ວຍຫວຽດນາມ, ໃນນັ້ນມີນະຄອນໂຮ່ຈິມິນ ແກ້ໄຂບັນດາບັນຫາສິ່ງທ້າທາຍທີ່ພວມປະເຊີນໜ້າໃນວິວັດການແຫ່ງການພັດທະນາ.

        ສ່ວນທ່ານ Kamal Malhotra ໃຫ້ຮູ້ວ່າ, UNDP ປາດຖະໜາຢາກປຶກສາຫາລືພ້ອມກັບນະຄອນສ້າງບັນດາໂຄງການຮ່ວມມືໃນອະນາຄົດ, ສຸມໃສ່ເຂົ້າໃນບັນດາຂົງເຂດພັດທະນາຢ່າງມີຫົວຄິດປະດິດສ້າງ, ເພີ່ມທະວີກຳລັງແກ່ງແຍ້ງ ແລະ ກຳລັງຄວາມສາມາດຄຸ້ມຄອງໄພທຳມະຊາດຢູ່ນະຄອນ…


ຕອບກັບ

ຂ່າວ/ບົດ​ອື່ນ