(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ Samdech Techo Hun Sen, ຕອນເຊົ້າວັນທີ 23/11, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 9 (CLV9). ກອງປະຊຸມຖືກດຳເນີນໃນລະຫວ່າງວັນທີ 23 – 24/11/2016 ຢູ່ Siem Reap, ແຫ່ງລາຊະອານາຈັກກຳປູເຈຍ.
ໃນໄລຍະ 17 ປີຜ່ານມາ, ເຂດ 3 ຫຼ່ຽມພັດທະນາ CLV ໄດ້ຢືນຢັນວ່າ ແມ່ນກົນໄກຮ່ວມມືທີ່ມີປະສິດທິຜົນທີ່ສຸດລະຫວ່າງ 3 ປະເທດ ບ້ານໃກ້ເຮືອນຄຽງມິດຕະພາບ ກຳປູເຈຍ, ລາວ ແລະ ຫວຽດນາມ. ກົນໄກຮ່ວມມື CLV ໄດ້ຢືນຢັນບົດບາດທີ່ຂາດບໍ່ໄດ້ບໍ່ພຽງແຕ່ສຳລັບເຂດ 3 ຫຼ່ຽມພັດທະນາເທົ່ານັ້ນ, ຫາກຍັງໄດ້ຮັບການເປີດກວ້າງໃນທົ່ວຜືນແຜ່ນດິນຂອງ 3 ປະເທດ ລາວ, ກຳປູເຈຍ ແລະ ຫວຽດນາມ.