ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບບັນດານັກຮົບເກົ່າດີເດັ່ນ
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບບັນດານັກຮົບເກົ່າດີເດັ່ນ
(ພາບ: VGP/Nhật Bắc)
(vovworld) – ຕອນບ່າຍວັນທີ 2/12, ທີ່ການຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດສະມາຄົມນັກຮົບເກົ່າ ຫວຽດນາມ ຄັ້ງທີ 5, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ຢືນຢັນວ່າ: ສະມາຄົມນັກຮົບເກົ່າ ຫວຽດນາມ ແມ່ນອົງການການເມືອງ ສັງຄົມທີ່ໜ້າໄວ້ເນື້ອເຊື່ອໃຈຂອງພັກ, ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ມີປະສິດທິຜົນໃນຂົງເຂດຕ່າງໆ, ການປະກອບສ່ວນຂອງສະມາຄົມຂັ້ນຕ່າງໆ, ບັນດາສະມາຊິກສະມາຄົມປະກອບສ່ວນສຳຄັນເຂົ້າໃນບັນດາຜົນສຳເລັດລວມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫວັງວ່າການນຳສະມາຄົມ, ບັນດາສະມາຊິກດີເດັ່ນສືບຕໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນໜ້າທີ່ລວມໃນບັນດາຂົງເຂດ, ພັດທະນາເສດຖະກິດ, ພ້ອມກັນລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ປະກອບສ່ວນກໍ່ສ້າງລະບົບການເມືອງ, ພິເສດແມ່ນຢູ່ຂັ້ນຮາກຖານ, ປະກອບສ່ວນປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດເປັນຢ່າງດີ.