ນາຍົກລັດຖະມົນຕີເດີນທາງອອກຈາກປັກກິງໄປຢ້ຽມຢາມເຂດປົກຄອງພິເສດຮົ່ງກົງ-ຈີນ

ນາຍົກລັດຖະມົນຕີເດີນທາງອອກຈາກປັກກິງໄປຢ້ຽມຢາມເຂດປົກຄອງພິເສດຮົ່ງກົງ-ຈີນ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ໄ​ປ​ຮອດ​ສະ​ໜາມ​ບິນ​ສາ​ກົນ​ຮົ່ງ​ກົງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 14/09, ຕາມ​ເວ​ລາ​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິງ, ​ເດີນ​ທາງໄປ​ຢ້ຽມ​ຢາມ​ເຂດ​ປົກ​ຄອງ​ພິ​ເສດ​ຮົ່ງ​ກົງ, ປະ​ເທດ​ຈີນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄ​ປ​ຮອດ​ສະ​ໜາມ​ບິນ​ສາ​ກົນ​ຮົ່ງ​ກົງ. ຄາດ​ວ່າ, ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ​ຮົ່ງ​ກົງ ໃນ​ຕອນ​ທ່ຽງ​ວັນ​ທີ 14/09, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈະມີ​ການ​ພົບ​ປະ​ກັບ​ຫົວ​ໜ້າ​ເຂດ​ປົກ​ຄອງ​ພິ​ເສດ​ຮົ່ງ​ກົງ; ຕ້ອນ​ຮັບ​ເລ​ຂ​າ​ທິ​ການ​ໃຫຍ່​ອຳ​ນາດ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ພິ​ເສດ​ຮົ່ງ​ກົງ; ເຂົ້າ​ຮ່​ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ - ຮົ່ງ​ກົງ; ຕ້້ອນ​ຮັບ​ການ​ນຳ​ບາງກ​ຸ່ມ​ບໍ​ລິ​ສັດ​ໃຫຍ່​ຮົ່ງ​ກົງ; ພົບ​ປະ​ກັບ​ພະ​ນັກ​ງານ, ພາ​ລະ​ກ​ອນ​ສະ​ຖານ​ກົງ​ສູນ​ໃຫຍ່ ແລະ ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຮົ່ງ​ກົງ, ມາ​ກາວ…

ຂ່າວ/ບົດ​ອື່ນ