ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຫວຽດ​ນາມ ຢຶດ​ໝັ້ນ​ຖື​ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ

(VOVWORLD) - ຕອນເຊົ້າວັນທີ 28 ເມສາ, ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba Shigery ໄດ້ດຳເນີນການເຈລະຈາ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຫວຽດ​ນາມ ຢຶດ​ໝັ້ນ​ຖື​ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ - ảnh 1ການເຈລະຈາລະຫວ່າງສອງປະເທດ  (ພາບ: VOV)

ທີ່ການເຈລະຈາ, ນາຍົກລັດຖະມົນຕີສອງຝ່າຍໄດ້ຢັ້ງຢືນຮັກສາການພົບປະແລກປ່ຽນ, ການພົບປະຂັ້ນສູງປະຈຳປີ, ເພີ່ມທະວີການພົບປະແລກປ່ຽນໃນບັນດາຊ່ອງທາງ, ທຸກຂັ້ນ, ຜ່ານນັ້ນປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພື້ນຖານສຳຄັນຂອງການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ຍີ່ປຸ່ນ. ໃນສະພາບການໂລກ, ພາກພື້ນຄືປັດຈຸບັນ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ສອງປະເທດຕ້ອງສາມັກຄີກັນຢ່າງແໜ້ນແຟ້ນກ່ວາອີກ, ມີປະສິດທິຜົນກ່ວາອີກເພື່ອຮັບມືກັບບັນດາບັນຫາທີ່ມີລັກສະນະທົ່ວໂລກ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

ພວກຂ້າພະເຈົ້າຍາມໃດກໍ່ຢຶດໝັ້ນຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ການຮ່ວມມືຍຸດທະສາດຮອບດ້ານ, ຍາວນານໃນທຸກຂົງເຂດ, ຢຶດໝັ້ນສະໜັບສະໜູນ ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງເຂັ້ມແຂງ, ວັດທະນາຖາວອນ, ເສີມຂະຫຍາຍບົດບາດນັບມື້ນັບຕັ້ງໜ້າໃນການຮັກສາສັນຕິພາບ, ມີສະຖຽນລະພາບເພື່ອການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ທ່ານນາຍົກລັດຖະມົນຕີ Ishiba Shigery ຢັ້ງຢືນວ່າ ຍີ່ປຸ່ນຈະໜູນຊ່ວຍບັນດາໂຄງການຄົ້ນຄ້ວາຮ່ວມ, ບຳລຸງສ້າງປະລິນຍາເອກຂະແໜງເຄິ່ງຊັກນຳໄຟຟ້າຂອງ ຫວຽດນາມ ຜ່ານໂຄງການຮ່ວມມືວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ຍີ່ປຸ່ນ - ອາຊຽນ, ທ່ານປະກາດຍີ່ປຸ່ນໃຫ້ຄຳໝັ້ນສັນຍາຜັນຂະຫຍາຍ 15 ໂຄງການໃນຂົງເຂດຫັນປ່ຽນພະລັງງານທີ່ມີມູນຄ່າກ່ວາ 20 ຕື້ USD ໃນຂອບເຂດຂໍ້ລິເລີ່ມຫັນປ່ຽນພະລັງງານອາຊີ, ປະຊາຄົນຫຼຸດການປ່ອຍອາຍພິດລົງລະດັບ 0 ອາຊີ.

ແລະກໍ່ໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການສື່ມວນຊົນຮ່ວມ ໂດຍຢັ້ງຢືນວ່າ ຫວຽດນາມ ແລະ ຍີ່ປຸ່ນ ຈະສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການພົວພັນຮ່ວມມືສອງຝ່າຍມຸ່ງໄປເຖິງສັງກາດໃໝ່ຂອງ ຫວຽດນາມ. ຖະແຫຼງການຮ່ວມກໍ່ເຕື້ອງເຖິງບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຊຸກຍູ້ບັນດາໂຄງການຮ່ວມມືລະອຽດສຳຄັນ, ລວມມີການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ - ການຕ່າງປະເທດ, ເສດຖະກິດ, ພົບປະແລກປ່ຽນປະຊາຊົນ, ການຮ່ວມມືທ້ອງຖິ່ນ, ວັດທະນະທຳ - ການສຶກສາ, ການຮ່ວມມືໃນບັນດາກົນໄກຫຼາຍຝ່າຍ ແລະ ແຜນການໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ